ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ​ເຂົ້າ​ຢ້ຽມ​ອຳ​ລາ

(VOVWORLD) -ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດ ໄດ້ຕີລາຄາສູງການພັດທະນາຢ່າງຂະຫຍັນຂັນເຄື່ອນ, ບົດບາດ, ທີ່ຕັ້ງ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ຂອງຫວຽດນາມ ໃນບັນດາບັນຫາໃນພາກພື້ນ ແລະ ໂລກ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ​ເຂົ້າ​ຢ້ຽມ​ອຳ​ລາ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມເຂົ້າຢ້ຽມອຳລາ (ພາບ: TTXVN)

ຕອນບ່າຍວັນທີ 15 ເມສາ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel J. Kritenbrink ເນື່ອງໃນໂອກາດເຂົ້າຢ້ຽມອຳລາ ສິ້ນສຸດການປະຕິບັດໜ້າທີ່ການທູດຂອງຕົນຢູ່ ຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ອວຍພອນທ່ານເອກອັກຄະລັດຖະທູດ ໄດ້ປະຕິບັດ ອາຍຸການປະຕິບັດງານໃຫ້ສຳເລັດຢູ່ ຫວຽດນາມ, ຮັບຮູ້ ແລະ ຕີລາຄາຢ່າງຕັ້ງໜ້າບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ໃຫ້ແກ່ການພັດທະນາ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາທີ່ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢັ້ງຢືນວ່າ ຫວຽດນາມ ມີຄວາມປາດຖະໜາກຢາກເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ.

ສ່ວນທ່ານ Daniel J. Kritenbrink ເອກອັກຄະລັດຖະທູດ ໄດ້ຕີລາຄາສູງການພັດທະນາຢ່າງຂະຫຍັນຂັນເຄື່ອນ, ບົດບາດ, ທີ່ຕັ້ງ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ຂອງຫວຽດນາມ ໃນບັນດາບັນຫາໃນພາກພື້ນ ແລະ ໂລກ, ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ດ້ວຍບັນດາການນຳ “ທີ່ມີຍຸດທະສາດ, ຄວາມສາມາດ ແລະ ປະສົບການ” ຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງແຮງກ່ວາອີກ. ທ່ານເອກອັກຄະລັດຖະທູດສະແດງຄວາມປະເອີບໃຈຕໍ່ແງ່ຫວັງໃນການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ ແລະ ໃຫ້ຄຳໝັ້ນສັນຍາວ່າ ໃນຖານະຕຳແໜ່ງຈະມາເຖິງ, ທ່ານ ຈະສືບຕໍ່ສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ