ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບ ທ່ານ ຢາງເຈຍຊື້ ກຳມະການໃນຄະນະລັດຖະບານຈີນ

  

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບ ທ່ານ ຢາງເຈຍຊື້ ກຳມະການໃນຄະນະລັດຖະບານຈີນ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ
 ແລະ ທ່ານ ຢາງ​ເຈ​ຍຊື້ ກຳມະການ​ໃນ​ຄະນະ​ລັດຖະບານ​ຈີນ

(vovworld) - ທີ່​ການ​ຕ້ອນຮັບ​ທ່ານ ຢາງ​ເຈ​ຍຊື້ ກຳມະການ​ໃນ​ຄະນະ​ລັດຖະບານ​ຈີນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 18/6, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ຊົມ​ເຊີຍທ່ານ ຢາງ​ເຈ​ຍຊື້ ກຳມະການ​ໃນ​ຄະນະ​ລັດຖະບານ​ຈີນ​ມາ​ຫວຽດນາມ​ດຳ​ເນີນ​ການ​ພົບ​ປະລະ​ຫວ່າງ 2 ປະ​ທານ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ​ຫວຽດນາມ - ຈີນ; ຢັ້ງຢືນ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ກັບ​ຈີນ, ຫວັງ​ຮັກສາ, ປັບປຸງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຫວຽດນາມ-ຈີນ​ພັດທະນາ​ຢ່າງ​ສົດ​ໄສ, ​ເປັນ​ປັກ​ກະຕິ​ເພື່ອ​ຜົນ​ປະ​ໂຫຍ​ດພື້ນຖານ ​ແລະ ຍາ​ວນານຂອງ​ປະຊາຊົນ 2 ປະ​ເທດ; ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ຕີ​ລາຄາ​ສູງ​ກ່ຽວ​ກັບ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ການ​ພົວພັນ​ຫວຽດນາມ-ຈີນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

    ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ເນັ້ນ​ໜັກ​ກ່ຽວ​ກັບ​ລັກສະນະ​ທີ່​ຮ້າຍ​ແຮງ ​ແລະ ຜົນ​ກະທົບ​ຫຍໍ້​ທໍ້​ທີ່​ສຸດທີ່​ມີ​ຕໍ່​ປະຊາຊົນ​ຫວຽດນາມ​, ການ​ພົວພັນ​ຫວຽດນາມ-ຈີນ ​ແລະ ສະພາບ​ການ​ພາກ​ພື້ນຂອງ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈ​າະນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ​ນັບ​ແຕ່​ຕົ້ນ​ເດືອນ 5 ​ເປັນ​ຕົ້ນ​ມາ; ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ຢືນຢັນ​ຫຼັກ​ໝັ້ນ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​ໃນ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ບໍ່​ປ່ຽນ​ແປງ ​ແລ​ະ ບໍ່​ອາດ​ປ່ຽນ​ແປງ; ທ່ານ​ສະ​ເໜີ​ຈົ່ງ​ຮີບ​ຮ້ອນ​ແລກປ່ຽນ​ເພື່ອ​ມີ​ບັນດາ​ວິທີ​ການ​ແກ້​ໄຂ ​ເຮັດ​ໃຫ້​ສະພາບ​ການ​ເປັນ​ປົກກະຕິ​ໂດຍ​ໄວ, ສ້າງ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ບັນດາ​ວິທີ​ການ​ແກ້​ໄຂ​ໂດຍ​ພື້ນຖານ ​ແລະ ຍາວ​ນານ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ບົນ​ທະ​ເລ, ຊຶ່ງ​ເລີ່​ມມາ​ຈາກ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ຂອງ 2 ປະ​ເທດ, ບົນ​ພື້ນຖານ​ບັນດາ​ສັນຍາ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ​ໄດ້​ລົງ​ນາມ ​ແລະ ກົດໝາຍ​ສາກົນ, ​ເປັນ​ຕົ້ນ​ແມ່ນ​ສົນທິສັນຍາ ສ.ປ.ຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982.

   ສ່ວນທ່ານ ຢາງ​ເຈ​ຍຊື້ ກຳມະການ​ໃນ​ຄະນະ​ລັດຖະບານ​ຈີນ​ໄດ້ຢືນຢັນວ່າ ພັກ, ລັດຖະບານຈີນຖືເປັນສຳຄັນທີ່ສຸດ ແລະ ຍາມໃດກໍຫວັງຢາກພັດທະນາ ການພົວພັນອັນ​ດີງາມ, ​ເປັນ​ປົກກະຕິ​ຍາວ​ນານ​ກັບ​ຫວຽດນາມ; ຫວັງ​ໃຫ້ 2 ຝ່າຍ​ສືບ​ຕໍ່​ປຶກສາ​ຫາລື​ເພື່ອ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ, ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ.


ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບ ທ່ານ ຢາງເຈຍຊື້ ກຳມະການໃນຄະນະລັດຖະບານຈີນ - ảnh 2
(ຫວຽດນາມ - ຈີນ ດຳ​ເນີນ​ກອງ​ປະຊຸມ​ຄະນະ​ກຳ​ມະຫານ​ຮ່ວມ​ມື 2 ຝ່າຍ)

ກ່ອນໜ້ານັ້ນ ໃນວັນດຽວກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ພ້ອມ​ກັບທ່ານ​ກຳມະການ​ໃນ​ຄະນະ​ລັດຖະບານ​ຈີນ ຢາງ​ເຈຍ​ຊື້ ​ດຳ​ເນີນ​ການ​ພົບ​ປະລະ​ຫວ່າງ 2 ປະທານ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ​ຫວຽດນາມ - ຈີນ.

        ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ, ຍາມ​ໃດພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ກໍ່​ຖື​ການ​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບ ​ແລະ ຮ່ວມ​ມື​ຮອບດ້ານ​ກັບ​ຈີນ ​ເປັນ​ສຳຄັນ. ​ໃນ​ຊຸມ​ປີ​ຜ່ານ​ມາ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທັງ 2 ຝ່າຍ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ຈີນ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ. ​ແຕ່​ວ່າ, ​ໃນ​ສະພາບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວມ​ດີງາມ​ນັ້ນ, ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ໄດ້​ລະ​ເມີດ​ກົດໝາຍ​ສາກົນ, ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982, ນາບ​ຂູ່​ຄວາມ​ສະຫງົບ, ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ໃນ​ພາກ​ພື້ນ, ​​ສົ່ງ​ຜົນ​ທະ​ທ້ອນ​ທີ່​ບໍ່​ດີ​ເຖິງ​ການ​ພົວພັນ​ລະຫວ່າງ​ປະຊາຊົນຫວຽດນາມ ​ແລະ ສົ່ງ​ຜົນ​ສະທ້ອນ​ທີ່​ຫຍໍ້​ທໍ້​ເຖິງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້ຢືນຢັນ​ຢ່າງ​ແຮງກ່ຽວ​ກັບອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ, ສິດ​ອະທິປະ​ໄຕ, ສິດ​ອຳນາດ​ສານ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ທີ່​ໄດ້​ຮັບ​ການ​ກຳນົດ​ຕາມ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982 ​ເຊິ່ງທັງ 2 ປະ​ເທດ​ລ້ວນ​ແຕ່​ແມ່ນ​ສະມາຊິກ. ທ່ານ​ຮອງ​ນາຍົກລັດຖະມົນຕີຟ້າມບິ່ງ​ມິ​ງ ຮຽກຮ້ອງ​ໃຫ້​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ແລະ ກຳ​ປັ່ນ​ທຸກ​ລຳອອກ​ຈາກ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ, ຄວາມ​ຄຸມ​ສະພາບ​ການ​ບໍ່​ປະ​ໃຫ້​ເກີດ​ການ​ປະ​ທະ​ກັນ, ​ເຈລະຈາ​ແກ້​ໄຂ​ສະພາບ​ເຄັ່ງ​ຕຶງ​​ໃນ​ປະຈຸ​ບັນ ກໍ່​ຄື​ແກ້ໄຂຄວາມ​ບໍ່​ລົງ​ລອນ​ກັນ​ລະຫວ່າງ 2 ປະ​ເທດ ບົນ​ພື້ນຖານ​ກົດໝາຍ​ສາກົນ, ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982.

        ທ່ານ​ກຳມະການ​ໃນ​ຄະນະ​ລັດຖະບານ​ຈີນ ຢາງ​ເຈຍ​ຊື້ ຢືນຢັນ​ວ່າ, ພັກ, ລັດຖະບານ ​ແລະ ປະຊາຊົນ​ຈີນ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ກັບ​ຫວຽ​ດນາມ, ຫັນ​ດີ​ຕ້ອງ​ຮັບປະກັນ​ສະພາບ​ຄວາມ​ໝັ້ນຄົງ​ບົນ​ທະ​ເລ, ລະງັບ​ໃຈ​ບໍ່​ປະ​ໃຫ້​ເກີດ​ການ​ປະ​ທະ​ກັນ, ບໍ່​​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຊົ່ວຮ້າຍ​ລົງ, ພ້ອມ​ກັນ​ມານະ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ທຸກ​ດ້ານ​ລະຫວ່າງ 2 ປະ​ເທດ ​ເພື່ອ​​ໃຫ້ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ເລິກ​​ເຊິ່ງ, ກວ້າງ​ຂວາງ ​ແລະ ​ແທດ​ຈິງ​ກວ່າ​ອີກ, ພ້ອມ​ທັງ​ຢ້ຳຄືນ​ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ.

        2 ຝ່າຍ​ຢືນຢັນ​ຈະສືບ​ຕໍ່​ຮັກສາ​ບັນດາ​ກົນ​ໄກ​ແລກປ່ຽນ, ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ 2 ປະ​ເທດ, ຜັນ​ຂະຫຍາຍ​ໂຄງການ​ເຄື່ອນ​ໄຫວ​ຜັນ​ຂະຫຍາຍ​ບັນດາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽ​ດນາມ - ຈີນ ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງທີ 7 ຄະນະ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ.

ຂ່າວ/ບົດ​ອື່ນ