ທ່ານເລຂາທິການໃຫຍ່ ຫງວຽນຟູູ໋ຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe

ທ່ານເລຂາທິການໃຫຍ່ ຫງວຽນຟູູ໋ຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໃຫ້ການ
​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: vietnam+)

(vovworld) - ​ຕອນ​ບ່າຍ​ວັນ​ທີ 16/01 ຢູ່ ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໃຫ້ການ​ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ພວມ​ຢູ່​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊົມ​ເຊີຍ​ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ທີ່​ກັບ​ຄືນມາ​ຢ້ຽມຢາມ ຫວຽດນາມ ​ໃນ​ສະພາບ​ທີ່ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງກ້ວາງຂວາງ ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມ​ພັດທະນາ​ຢ່າງ​ດີງາມ​. ທ່ານ​ເລຂາທິການ​ໃຫຍ່ ​ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ຖື​ເປັນ​ສຳຄັນ​ການ​ພັດທະນາ ​ແລະ ​ເຮັດ​ໃຫ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເລິກ​ເຊິ່ງກ້ວາງ​ຂວາງ​ກັບ ຍີ່ປຸ່ນ ​ເລິກ​ເຊິ່ງກ່ວາ​​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມວັດທະນາ​ຖາວອນ​ໃນ​ພາກ​ພື້ນ ​ແລະ ​ໂລກ. ທ່ານ​ເລ​ຂາ​ທິການ​ໃຫຍ່ ສະ​ເໜີ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ​ໂດຍ​ຜ່ານ​ການ​ຮັກສາ​ການພົວພັນ​ແລກປ່ຽນ ​ແລະ ການ​ພົບ​ປະທຸກ​ຂັ້ນ​ເປັນ​ປະຈຳ​, ພິ​ເສດ​ແມ່ນ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ​ລະຫວ່າງ​ການ​ນຳ 2 ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ; ຊຸກຍູ້​ການ​ພົບປະ​ແລກປ່ຽນ​ລະຫວ່າງປະຊາຊົນ 2 ປະ​ເທດ.

        ທ່ານ​ນາຍົກລັດຖະ​ມົນຕີ Shinzo Abe ​ກໍ່ແຈ້ງ​​ໃຫ້​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຮັບຊາບກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ; ຢືນຢັນ​ວ່າ ຍີ່ປຸ່ນ ຈະສືບ​ຕໍ່​ໃຫ້​ບຸລິມະສິດ​ສະຫງວນ​ທຶນ​ຊ່ວຍ​ເຫຼືອພັດທະນາ​​ໃຫ້ ຫວຽດນາມ ຢ່າງ​ເປັນ​ທາງ​ການ; ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ ຫວຽດນາມ ​ເພ​ື່ອ​ແນ​ໃສ່​ປະກອບ​ສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ, ການ​ພັດທະນາ ​ແລະ ຄວາມວັດທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແລະ ​ໂລກ. ທ່ານ​ນາຍົກລັດຖະມົນຕີ Shinzo Abe  ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ ຫວຽດນາມ ຂອງ ພະ​ເຈົ້າ​ຈັກກະພັດ ຍີ່ປຸ່ນ ​ແລະ ພະມະ​​ເຫ​ສີ ຍີ່ປຸ່ນ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ນຳ​ການ​ພົວພັນ ຍີ່ປຸ່ນ - ຫວຽດນາມ ສືບ​ຕໍ່​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

 

ຂ່າວ/ບົດ​ອື່ນ