ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີລາວ

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີລາວ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ​ຫງວຽນ​ຟຸ໋ຈ້ອງ
​ຕ້ອນຮັບທ່ານ​ຮອງ​ນາ​ຍົກ​ລັດ​ຖະມົນຕີລາວ
(ພາບ; TTXVN)


(vovworld) -     ວັນ​ທີ 20/12, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ​ລາວ ​​ໂດຍທ່ານ​ຮອງ​ນາ​ຍົກ​ລັດ​ຖະມົນຕີ​, ປະທານ​ອາ​ນຸກຳມະການ​ຮ່ວມ​ມື​ລາວ - ຫວຽດນາມ ສົມ​ສະຫວາດ ​ເລັ່ງສະຫວັດ ​ເປັນ​ຫົວໜ້າ​ຄະນະ, ທີ່ມາ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຫວຽດນາມ - ລາວ​ຄັ້ງ​ທີ 35. ທ່ານ​ເລຂາທິການ​ໃຫຍ່ ​ຫງວຽນ​ຟຸ໋ຈ້ອງ ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ອາ​ນຸກຳມະການ​ສອງ​ປະ​ເທດ ຈະ​ເພີ່ມ​ທະວີ​ການ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງຖິ່ນ, ວິ​ສາ​ຫະກິດ​ຫວຽດນາມ ​ແລະ ລາວ ຍູ້​ໄວ​ຄວາມ​ຄືບ​ໜ້າ​​ບັນດາໂຄງການ​ຮ່ວມ​ມື​ລົງທຶນຢູ່​ລາວ; ​ເພີ່ມ​ທະວີການ​ສົມທົບ​ກັນ​ກວດກາ​, ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ ພິ​ເສດ​ແມ່ນ​ບັນດາ​ຂໍ້​ຕົກລົງ​ທີ່​ກອງ​ປະຊຸມ​ຄັ້ງ​ທີ 35 ນີ້. ພ້​ອມກັນ​ນັ້ນ, ສືບ​ຕໍ່​ກວດກາ​ຄືນ, ປັບປຸງ​ໃຫ້ສຳ​ເລັດ​​ກົນ​ໄກ, ນະ​ໂຍບາຍຕ່າງໆກ່ຽວ​ກັບ​ການ​ລົງທຶນ, ການ​ຄ້າ ​ເພື່ອ​ແນ​ໃສ່​ຍູ້​​ໄວ​ຄວາມ​ຄື​ບໜ້າ, ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ຂອງ​ບັນດາ​ໂຄງການ​ລົງທຶນ; ​ເພີ່ມ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຢ່າງ​ໄວ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນໃນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​, ບັນດາ​ການ​ເຄື່​ອນ​ໄຫວ​ທີ່​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂອບ​ເຂດການຮ່ວມ​ມື​ອາ​ຊຽນ ​ແລະ ບັນດາ​ກົນ​​ໄກ​ຮ່ວມ​ມື​ອານຸພາກ​ພື້ນ​.

        ​​ໃນ​ລະຫວ່າງ​ວັນ​ທີ 26 – 28/12, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ສປປ ລາວ ຈູມ​ມາ​ລີ ​ໄຊ​ຍະ​ສອນ ​ແລະ ພັນ​ລະ​ຍາ ຈະ​ມາຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ແລະ ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ.

ຂ່າວ/ບົດ​ອື່ນ