ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດລາວ

(VOVWORLD) -ຕອນບ່າຍວັນທີ 17 ກໍລະກົດ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ ໂດຍທ່ານ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ  ແຫ່ງ ສປປ. ລາວ ນໍາໜ້າຄະນະ ພວມມີການຢ້ຽມຢາມຫວຽດນາມ.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດລາວ - ảnh 1   ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີໃຫ້ທ່ານຮອງປະທານສະພາແຫ່ງຊາດລາວ ແສງນວນ ໄຊຍະລາດ  ເພີ່ມທະວີການຮ່ວມມືນຂົງເຂດນິຕິບັນຍັດ ແລະຕິດຕາມກວດກາ

ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດລາວ ແສງນວນ ໄຊຍະລາດ ຢັ້ງຢືນວ່າ ສະພາແຫ່ງຊາດລາວ ຈະສົມທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ ແລະ ຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດຢ່າງມີປະສິດທິຜົນ.

        ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີວ່າ ໃນໄລຍະຈະມາເຖິງ ສະພາແຫ່ງຊາດສອງປະເທດ ກໍຄືບັນດາກໍາມາທິການຂອງສະພາແຫ່ງຊາດ ຈົ່ງເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ຄວາມຮູ້ດ້ານວິຊາສະເພາະໃນຂົງເຂດນິຕິບັນຍັດ,ຕິດຕາມກວດກາ ແລະ ການຕັດສິນບັນດາບັນຫາສໍາຄັນຂອງປະເທດ. ພ້ອມກັນນັ້ນ ເພີ່ມທະວີການກວດກາ, ຕິດຕາມກວດກາ, ເລັ່ງລັດ, ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໃນເລື່ອງຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍ້າຂັ້ນສູງສອງພັກ, ສອງລັດ, ສັນຍາຮ່ວມມືລະຫວ່າງລັດຖະບານ ແລະ ໂຄງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ