ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບປະທານດູມາ ແຫ່ງຊາດລັດເຊຍ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບປະທານດູມາ ແຫ່ງຊາດລັດເຊຍ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
​ຕ້ອນຮັບ​ທ່ານ​ປະທານ​ດູ​ມາ​ແຫ່ງ​ຊາດ, ສະຫະພັນ​ລັດ​ເຊຍ
(ພາບ TTXVN)


(vovworld) – ຕອນ​ເຊົ້າ​ວັນ​ທີ 03/12, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທີ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອ​ມມູນິດ​ຫວຽ​ດນາມ ຫງວຽນ​ຟຸຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ດູ​ມາ​ແຫ່ງ​ຊາດ, ສະຫະພັນ​ລັດ​ເຊຍ Sergry Yevgenyevich Naryshkin, ພວມ​ຢ້ຽມຢາມຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ. ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະ​ຫວ່າງສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ. ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ຈະ​ປະຕິບັດ​ບັນດາ​ສັນຍາ​ຮ່ວມ​ມື​ລະຫວ່າງ​ສະພາ​​​ແຫ່ງ​ຊາດເຊິ່ງ​ໄດ້​ລົງ​ນາມ​ເມື່ອ​ປີ 2013 ເປັນ​ຢ່າງ​ດີ, ກໍ່​ຄື​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ຂົງ​ເຂດ​ຄື: ພະລັງງານ, ນ້ຳມັນອາຍ​​ແກັດ, ນິວ​ເຄຼຍ, ການ​ສຶກສາ​ບຳລຸງ​ສ້າງ… ປະກອບສ່ວນ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

        ສ່ວນ​ທ່ານ​ປະທານ Naryshkin ຢືນຢັນ​ການ​ເພີ່ມ​ທະວີ, ປັບປຸງ ​ແລະ ພັດທະນາການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ຫວຽ​ດນາມ ​ແມ່ນ​ບຸລິມະ​ສິດ​ທີ່​ບໍ່​ອາດ​ປ່ຽນ​ແປງ​ໄດ້​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະພັນ​ລັດ​ເຊຍ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ 2 ປະ​ເທດ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ຢ່າງ​ແໜ້​ນ​ແຟ້ນ, ສືບ​ຕໍ່​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ດ້ານ​ນິຕິ​ບັນ​ຍັດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ ​ແລະ ປັບປຸງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ/ບົດ​ອື່ນ