ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ຮ່າໂນ້ຍ - ảnh 1
(ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ຮ່າ​ໂນ້ຍ)

(vovworld) – ​ໂດຍກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ​ເຊິ່ງ​ໄຂ​ຂຶ້ນ​ໃນ​ວັນ​ທີ 20/10 ຈະ​ມາ​ເຖິງ. ຕອນ​ເຊົ້າ​ວັນ​ທີ 06/10, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກ​ອມມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ແລະ ບັນດາ​ສະມາຊິກ​​ໃນຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

        ທີ່​ການ​ພົບ​ປະ, ຜູ້ຕາງໜ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ໄດ້​ລາຍງານ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13. ຕາມ​ນັ້ນ, ກອງ​ປະຊຸມຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 20/10 ​ແລະ ອັດ​ລົງ​ໃນ​ວັນ​ທີ 29/11. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄາດ​ວ່າສະພາ​ແຫ່ງ​ຊາດຈະ​ພິຈາລະນາ ​ແລະ ຮັບຮອງ​ເອົາ ຮ່າງ​ກົດໝາຍ 17 ສະບັບ, ຮ່າງ​ມະຕິ 3 ສະບັບ; ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ 12 ສະບັບ; ຕິດຕາມ ​ແລະ ຕົກ​ລົງ​ບັນດາ​ບັນຫາ​ສຳຄັນ​ອື່ນໆ.

        ​ເມື່ອ​ໂອ້​ລົມ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ຄັ້ງ​ທີ 8 ​ແມ່ນ​ກອງ​ປະຊຸມ​ທ້າຍ​ປີ, ດັ່ງ​ນັ້ນ​ເນື້ອ​ໃນ​ເຮັດ​ວຽກ​ຫຼາຍ​ທີ່​ສຸດ, ​ໃນ​ນັ້ນ​ມີ​ຫຼາຍ​ບັນຫາ​ສຳຄັນ, ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ​​ເອົາ​ໃຈ​ໃສ່. ​ເມື່ອ​ເຕື້ອງ​ເຖິງ​ການ​ພັດທະນາ​ກະ​ສີ​ກຳ, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ຢືນຢັນ​ວ່າ, ພັກ, ລັດ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ກະ​ສີ​ກຳ. ການພັດທະນາ​ກະ​ສີ​ກຳກໍ່​ແມ່ນ​ທິດ​ທາງ​ເພື່ອ​ຫັນ​ເປັນ​ອຸດສາຫະກຳ​ຕາມ​ທິດ​ຜະລິດ​ດ້ວຍ​ຂະໜາດ​ໃຫຍ່, ຜະລິດ​ລວມສຸນ, ຄຸນ​ນະພາ​ບສູງ, ນຳ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ…. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ​ກໍ່​ຖື​ວ່າ, ລັດ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ກະ​ສີ​ກຳ, ຊົນນະບົດ ​ແລະ ຊາວ​ກະ​ສີກ​ອນຢ່າງ​ເໝາະ​ສົມ​. ພ້ອມ​ກັບ​ການ​ພັດທະນາ​ກະ​ສີ​ກຳ, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ​ເຫັນ​ດີ​ກັບ​​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ລົງທຶນ ​ແລະ ພັດທະນາ​ເສດຖະກິດ​ທະ​ເລ ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາອະທິປະ​ໄຕ​ຜືນ​ແຜ່ນດິນ​ຂອງຊາດ. ນີ້​ແມ່ນ​ບັນດາ​ບັນຫາ ​ແລະ ໜ້າ​ທີ່​ຍຸດ​ທະ​ສາດ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ. ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ກໍ່​ແລກປ່ຽນ​ຄຳ​ເຫັນ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ວຽກ​ງານ​ບຳລຸງ​ສ້າງພະນັກງານ; ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ການ​ຟູມ​ເຟືອຍ.

ຂ່າວ/ບົດ​ອື່ນ