ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບາດິ່ງ, ຮ່ວານກ໋ຽມ

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບາດິ່ງ, ຮ່ວານກ໋ຽມ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟຸ໋ຈ້ອງ
ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ບາ​ດິ່ງ ​ແລະ ຮ່ວານ​ກ໋ຽມ
(ພາບ: TTXVN)


(vovworld) -     ຕອນ​ເຊົ້າ​ວັນ​ທີ 1/12, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ແລະ ຄະນະ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ຮ່າ​ໂນ້ຍ ​ໄດ້​ມີ​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ບາ​ດິ່ງ ​ແລະ ຮ່ວານ​ກ໋ຽມ ​ເພື່ອ​ລາຍ​ງານ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ບາ​ດິ່ງ ​ແລະ ຮ່ວານ​ກ໋ຽມ ​ໄດ້​ຊົມ​ເຊີຍ​ຈິດ​ໃຈ​ເຮ​ັດວຽກ​ທີ່​ມີຄວາມຮັບຜິດຊອບ, ຕັ້ງໜ້າ, ປະຊາທິປະ​ໄຕ ​ແລະ ກົງ​ໄປ​ກົງ​ມາ​ກໍ​ຄື ມີ​ລັກສະນະ​ສ້າງສັນ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ​​ເປັນ​ຕົວ​ແທນ​ໃຫ້​ແກ່ຜູ້​ມີ​ສິດ​ເລືອກ​ຕັ້ງ​.

        ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ​​ຕາງ​ໜ້າຄະນະ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟຸ໋ຈ້ອງ ​ໄດ້​ຕີ​ລາຄາ​ສູງບັນດາ​ຄຳ​ເຫັນ​ປະກອບ​ທີ່​ສຸດ​ຈິດ​ສຸດ​ໃຈ ​ແລະ ສ້າງ​ສັນຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ​ເລຂາທິການ​ໃຫຍ່ຢືນຢັນ​ວ່າ ກອງ​ປະຊຸມ​ຜ່ານ​ມ​າ​ໄດ້​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ, ມີ​ຄຸນ​ນະພາ​ບ, ພິ​ເສດ​ແມ່ນ​​ໃນການສ້າງ​ມະຕິ, ບັນດາ​ຮ່າ​ງກົ​ດໝາຍ, ວຽກ​ງານ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ. ກ່ຽວ​ກັບ​ການ​ປະ​ຕິ​ບັດ​ມະຕິ​ສູນ​ກາງ​ທີ 4, ທ່ານ​ເລຂາທິການ​​ໃຫຍ່ ຊີ້​ແຈ້ງວ່າ​: ການ​ກໍ່ສ້າງ ​ແລະ ປັບປຸງ​ພັກ​ແມ່ນ​ບັນຫາ​ກ່ຽວຂ້ອງ​ເຖິງ​ຄວາມເປັນຕາ​ຍຂອງ​ພັກ. ​ເລືອ​ງຕໍ່ສູ້​ຕຳ​ນິຕິ​ຊົນ​ຕົນ​ເອງ ​ແລະ ຕິ​ນິຕິ​ຊົມ​ເພື່ອ​ນສະຫາຍ​ຕ້ອງ​ມີ​ເຮັດ​ມີ​ເຫດຜົນ, ກ່ອນ​ອື່ນ​ໝົດ​​ແມ່ນ​ເພື່ອ​ກ່າວ​​ເຕື່ອນ ​ແລະ ສະກັດ​ກັ້ນ, ​​ຈາກ​ນັ້ນ, ​ແຕ່​ລະ​ອົງການຈັດ​ຕັ້ງ, ສ່ວນ​ບຸກຄົນ​ຕ້ອງ​ຕື່ນ​ຕົວ​ປັບປຸງ​ຕົນ​ເອງ. ທ່ານ​ເລຂາທິການ​​ໃຫຍ່​ຢືນຢັນ​ວ່າ ​ເລືອ​ງປະຕິບັດ​ມະຕິ​ສູນ​ກາງ​ທີ 4 ຜ່ານ​ມາ​ຂອງ​ກົມ​ການ​ເມືອງ ​ແລະ ຄະນະ​ເລຂາ ບັນລຸ​ໄດ້​ຄວາມ​ຕ້ອງການ ​ແລະ ຍັງ​ຄົງສືບ​ຕໍ່​ຜັນ​ຂະຫຍາຍ​​ໃນ​ໄລຍະ​ຍາວ.

ຂ່າວ/ບົດ​ອື່ນ