ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະເຈລະຈາກັບປະທານສະພາຕຳ່ອິນເດຍ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ພົບປະເຈລະຈາກັບປະທານສະພາຕຳ່ອິນເດຍ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ ​ພົບ​ປະ​ເຈລະ​ຈາລະກັບ
ທ່ານ​ນາງປະທານ​ສະພາ​ຕໍ່າ​ອີນ​ເດຍ Meira Kumar
(ພາບ: TTXVN)


(vovworld) -     ການ​ພົບ​ປະ​ເຈລະ​ຈາລະ​ຫວ່າງ​ທ່ານ​ເລຂາທິການ​ໃຫຍ່​ພັກກອມມູນິດຫວຽດນາມ ຫງວຽນ​ຟຸຈ້ອງ ​ແລະ ທ່ານ​ນາງປະທານ​ສະພາ​ຕໍ່າ​ອີນ​ເດຍ Meira Kumar ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 21/11, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ​ສ.ອີນ​ເດຍ.

        ເມື່ອ​ແລກປ່ຽນ​ກັບ​ທ່ານນາງ​ປະທານ Meira Kumar, ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ ​ໃຫ້​ຮູ້​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ ພວມ​ຢູ່​ໃນ​ໄລຍະ​ປ່ຽນ​ໃໝ່​ວິທີ​ການ​ເຄື່ອນ​ໄຫວ, ສະ​ນັ້ນ, ຖື​ເປັນ​ສຳຄັນ​ການ​ພົວພັນ ​ແລະ ການຖອດຖອນບົດຮຽນ​ຈາກ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ, ​ໃນ​ນັ້ນ​ມີ​ອີນ​ເດຍ. ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ ​ແລະ ທ່ານນາງປະທານ Meira Kumar ​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ, ສະພາ​ແຫ່ງ​ຊາດ 2 ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ແບ່ງປັນ​ບົດຮຽນ​ໃນ​ການ​ສ້າງ​ກົດໝາຍ, ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ສະພາ​ແຫ່ງ​ຊາດ, ສົມທົບ​ກັນ​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2  ປະ​ເທດ ​ແລະ ຍູ້​ແຮງ​ການ​ພົວພັນ​ແລກປ່ຽນ​ລະຫວ່າງ​ສະມາຊິກ​ສະພາ​ແຫ່ງ​ຊາດ 2 ຝ່າຍ. ການ​ນຳ 2 ທ່ານ​ກໍ່​ເຫັນ​ດີ​ໂດຍ​ຖື​ວ່າ ສະພາ​ແຫ່ງ​ຊາດ 2  ປະ​ເທດ​ສືບ​ຕໍ່​ຮ່ວມ​ມື ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນທີ່​ບັນດາ​ເວທີ​ປາ​ໄສ​ສະພາ​ແຫ່ງ​ຊາດ​ຫຼາຍ​ຝ່າຍ​ຄື IPU, AIPA, ASEP ​ແລະ APF.

    ທ່ານ​ນາງປະທານ​ສະພາ​ຕໍ່າ Meira Kumar ​ໃຫ້​ຮູ້​ວ່າ ສະພາ​ແຫ່ງ​ຊາດ​ອີນ​ເດຍ ສະໜັບ​ສະ​ໜູນ​ທຸກ​ຄວາມ​ມານະ​ພະຍາຍາມ​ເພື່ອ​ຊຸກຍູ້ 5 ​ເສົາ​ຄ້ຳ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ອີນ​ເດຍ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ. ກ່ຽວ​ກັບ​ການ​ຮ່ວມມື​ດ້ານ​ການ​ຄ້າ, ການ​ລົງທຶນ, ທ່ານນາງປະທານ Meira Kumar ກໍ່​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກສາ, ບຳລຸງ​ສ້າງ, ການທ່ອງທ່ຽວ ​ແລະ ວັດທະນະທຳ; ​ເຊື່ອ​ໝັ້ນ​ຕໍ່​ບັນດາ​ຂໍ້​ຕົກລົງ​ເຊິ່ງການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ບັນລຸ​ໄດ້​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ອີນ​ເດຍ ​ໃນ​ທຸກ​ຂົງ​ເຂດ ຈະ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ ​ໃນ​ໄລຍະ​ຈະ​ມາ​ເຖິງ.

       ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ມີ​ການ​ພົບ​ປະ​ເຈລະຈາ​ກັບ​ບັນດາ​ການ​ນຳ​ພັກ​ປະຊາຊົນ, ພັກ​ກອມ​ມູນິດ​ອີນ​ເດຍ, ພັກ​ກອມ​ມູນິດ​ອີນ​ເດຍ Mac xit...

      ຫຼັງ​ຈາກ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່​ຈະ​ເດີນທາງ​ອອກ​ຈາກ New Delhi ​ໄປ​ຢ້ຽມຢາມ​ນະຄອນ Mumbai, ລັດ Maharashtra.

ຂ່າວ/ບົດ​ອື່ນ