ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ມີການເຮັດວຽກກັບ ຄະນະໂຄສະນາສຶກສາສູນກາງ

ທ່ານເລຂາທິການໃຫຍ່ ຫງວຽນຟຸ໋ຈ້ອງ ມີການເຮັດວຽກກັບ ຄະນະໂຄສະນາສຶກສາສູນກາງ - ảnh 1
( http://baodientu.chinhphu.vn )

( vovworld)   ​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ໃນ​ຕອນ​ເຊົ້າ​ວັນ​ທີ 7 ກຸມພາ, ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ໄດ້​ເນັ້ນ​ໜັກ​ວ່າ, ​ໃນ​ໄລຍະ​ປະຈຸ​ບັນ ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຄວນສືບ​ຕໍ່​ໃກ້ຊິດຕິດ​ແທດ​ກັບ​ຄວາມ​ຮຽກຮ້ອງຕ້ອງການ, ໜ້າ​ທີ່​ດ້ານ​ການ​ເມືອງ, ກຳ​ໄດ້​ແນວ​​ຄິດ​ຂອງ​ໝູ່​ມະຫາຊົນ, ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ, ຕາມ​ແຜນການ, ມີ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ສູງ​ກວ່າ​ດ້ວຍ​ຫຼາຍ​ຮູບ​ແບບ, ວິທີ​ການໃໝ່ທີ່​ເໝາະ​ສົມກວ່າ. ວຽກງານດ້ານ​ແນວ​ຄິດ, ​ໂຄສະນາ​ສຶກສາຕ້ອງ​ປ່ຽນ​ໃໝ່ເປັນ​ປະຈຳ, ​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງ​ຂົງ​ເຂດ​ສຶກສາທິດ​ສະ​ດີດ້ານ​ການ​ເມືອງກ​ວ່າ​ອີກ.

“ກອນ​ອື່ນ​ໝົດ​ແມ່ນ​ກໍ່ສ້າງ​ຖັນ​ແຖວ​ບັນດາ​ຜູ້​ທີ່​ເຮັດ​ວຽກງານ​ຄວາມ​ຄິດ, ວັດທະນະທຳ, ສິນລະປະ, ໜັງສືພິມ, ວິທະຍຸ, ​​ໂທລະພາບ … ທີ່​ມີ​ຄຸນ​ນະ​ທາດດ້ານ​ການ​ເມືອງ, ກ້າ​ຕໍ່ສູ ​ແລະ ມີ​ລະດັບ​ວິຊາ​ການ. ​ເວົ້າ​ໄດ້, ຂຽນ​ດີ, ​ໄກ​​ເກັ່ຍໄດ້. ຕ້ອງ​ຊອກ​ຫາ​ວິທີ​ເພື່ອ​ບໍ່​ໃຫ້​ເງິນຕາ, ຕໍ່າ​ແໜ່​ງຊື້​ຈ້າງ​ຈອບ​ອອຍ​ບໍ່ຕົກ​ເຂົ້າສູ່​ອຸບາຍຂອງກຳລັງ​ສັດຕູ. ບັນດາ​ຜູ້​ທີ່ເຮັດ​ວຽກ​ງານ​ການ​ສຶກສາ​ຕ້ອງ​ໄດ້ຮັບການ​ສຶກສາ, ຜູ້​ເຮັດວຽກ​ງານ​ດ້ານ​ແນວ​ຄິດ​ກໍ່​ຕ້ອງ​ໄດ້​ຮັບ​ການ​ສຶກສາ​ດ້ານ​ແນວ​ຄິດ”.

ທ່ານ​ເລຂາທິການ​ໃຫຍ່​ສະ​ແດງ​ຄວາມ​ເຊື້ອ​ໝັ້ນ​ວ່າ, ດ້ວຍມູນ​ເຊື້ອ​ຄວາມ​ເປັນ​ມາຂອງ​ຕົນ, ຂະ​ແໜງ​ໂຄສະ​ນາ​ສຶກສາ​ຈະປະຕິບັດ​ສຳ​ເລັດ​ໜ້າ​ທີ່​ເຊິ່ງ​ໄດ້ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ, ປະກອບສ່ວນ​ປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ່ 11 ຂອງ​ພັກ​ຢ່າງ​ມີ​ໄຊ .
ຂ່າວ/ບົດ​ອື່ນ