ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່າຕິ້ງ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່າຕິ້ງ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸຈ້ອງ
ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂ​ວງຮ່າ​ຕິ້ງ
(ພາບ: TTXVN)


(vovworld) - ວັນ​ທີ 28/04, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນຟຸຈ້ອງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂ​ວງຮ່າ​ຕິ້ງ. ກ່າວ​ຄຳ​ເຫັນ​ທີ່​ການ​​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ພັກ​ແຂວງ ​ແລະ ພະນັກງານ​ຫຼັກ​ແຫຼ່ງ​ແຂວງ​ຮ່າ​ຕິ້ງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸຈ້ອງ ​ເນັ້ນ​ໜັກ​ວ່າ ​ແຂວງ ຮ່າ​ຕິ້ງ ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ເສດຖະກິດ, ສັງຄົມ ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ.

        “ພັດທະນາ​ຢ່າງ​ໝັ້ນຄົງ, ພັດທະນາ​ວ່ອງ​ໄວ​ແຕ່​ໝັ້ນ​ຄົງ, ​ເພື່ອ​ຫຼິດ​ລ້ຽງການພັດທະ​ນາ​ແບບຊົ່ວຄາວ. ​ໃນ​ວິວັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​ໄໝ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ບຳ​ລຸງ​ສ້າງ​ວິຊາ​ຊີບ​ເມື່ອ​ຫັນ​ເປັນການ​ບໍລິການ, ອຸດສາຫະກຳ, ການ​ສົ່ງ​ອອກ​ແຮງ​ງານ. ຍົດ​ສູງ​ລະ​ດັບ​ຄວາມ​ສາມາດຊີ້​ນຳ, ນຳພາ, ຄຸ້ມ​ຄອງບໍລິຫານຂອງ​ບັນດາ​ການ​ນຳ, ຄຸ້ມຄອງບໍລິຫານ. ​ແຂວງ ຮ່າ​ຕິ້ງ ມີ​ເຂດ​ອຸດສາຫະກຳ​ຫຼາຍ​ແຫ່ງຕ້ອງ​ແກ້​ໄຂ​ບັນຫາ​ແຫຼ່ງທຶນ. ​ ​ທີ 2 ​ແມ່ນ​ການ​ປົກ​ປັກ​ຮັກສາຊັບພະຍາກອນ ​ແລະ ​ສິ່ງ​ແວດ​ລ້ອມ ຖ້າ​ຫາກ​ຂຸດ​ຄົ້ນ​ເຫຼັກ ​ແທກ​ເຄ; ບັນຫາ​ນ້ຳ, ການ​ດຳລົງ​ຊີວິດ, ສິ່ງ​ເສດ​ເຫຼືອ ​ແລະ ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ”.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸຈ້ອງ ກໍ່​ຮຽກຮ້ອງ​ໃຫ້​ແຂວງ​ຮ່າ​ຕິ້ງ ຄວນ​ສືບ​ຕໍ່​ຄົ້ນຄວ້າ ​ແລະ ​ເພີ່ມ​ເຕີມ​ບັນດາ​ແຫຼ່ງກຳລັງ, ​ໃນ​ນັ້ນ​ມີ​ເລື່ອງ​ສະໜອງ​ແຫຼ່ງທຶນ​ໃຫ້​ທຸກ​​ໂຄງການ, ບໍ່​ປະ​​ໂຄງການ​ຖືກ​ຄ້າງ​ຄາ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸຈ້ອງ ກໍ່​ເນັ້ນ​ໜັກ​ວ່າ ​ແຂວງ​ຮ່າ​ຕິ້ງ ຄວນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່; ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ ​ແລະ ລະບົບ​ການ​ເມືອງ​ເປັນ​ຢ່າງ​ດີ. ພ້ອມ​ກັບ​ການ​ປະຕິບັດ​ໜ້າ​ທີ່​ເປັນ​ປະຈຳ, ​ແຂວງ​ຮ່າ​ຕິ້ງ ຕ້ອງ​​ເຮັດ​ວຽກ​ງານ​ກະກຽມ​ຈັດກອງ​ປະຊຸມ​ໃຫຍ່ອົງຄະ​ນະ​ພັກ​ທຸກ​ຂັ້ນ​ເປັນຢ່າງ​ດີ.

     ກອນ​ໜ້າ​ນັ້ນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸຈ້ອງ ​ໄດ້​ໄປ​ວາງ​ພວງມາລາ, ຖະຫາຍ​ທູບ​ທຽນຢູ່​ສຸສານ​ອະດີດເລຂາທິການ​ໃຫຍ່​ຜູ້​ທຳ​ອິດຂອງພັກ​ກອມ​ມູນິດ​ຫວຽດນາມເຈີນຟຸ໋​​, ຢູ່​ຕາ​ແສງ ຕຸ່ງ​​ແອ​ງ, ​ເມືອງ​ດຶກ​ທໍ້ ​ແລະ ສຸສານ​ຂອງ​ອະດີດ​ເລຂາທິການ​ໃຫຍ່ ຮ່າ​ຮຸບ​ເຕີບ.

ຂ່າວ/ບົດ​ອື່ນ