ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢ້ຽມຢາມສປ.ຈີນ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢ້ຽມຢາມສປ.ຈີນ ຢ່າງເປັນທາງການ - ảnh 1
ທ່ານ​​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
(ພາບປະກອບ)


(vovworld) – ​​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ສາທາລະນະ​ລັດ​ປະຊາຊົນ ຈີນ ສື​ຈິ້ນ​ຜິ​ງ. ຕອນ​ເຊົ້າ​ວັນ​ທີ 7/4, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ໄດ້​ເດີນທາງ​ຈາກ ຮ່າ​ໂນ້ຍ ​ໄປ​ຢ້ຽມຢາມ ສປ​.ຈີນ ຢ່າງ​ເປັນ​ທາງ​ການ.

           ການ​ຢ້ຽມຢາມ ສປ.ຈີນ ຢ່າງ​ເປັນ​ທາງ​ການ ຄັ້ງ​ນີ້ ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ດຳ​ເນີນ​ໄປ​ໃນ​ໂອ​ກາດທີ່ 2 ປະ​ເທດສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ການ​ທູດ; ພ້ອມ​ທັງ​ສືບ​ຕໍ່​ຜັນ​ຂະຫຍາຍ​ແນວທາງ​ພົວພັນ​ກັບ​ຕ່າງປະ​ເທດ​ຢ່າງ​ເປັນ​ເອ​ກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ພັກ ​ແລະ ລັດ ຫວຽດນາມ. ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ປັບ​ປຸງ, ຮັກສາ​ສະພາບ​ມິດຕະພາບ, ສະຖຽນ​ລະ​ພາບ, ສ້າງທ່າ​ພັດທະນາ​ຢ່າງປອດ​​ໄສ​ໃຫ້​ແກ່ການ​ພົວພັນ ຫວຽດນາມ - ຈີນ ຕື່ມ​ອີດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ສືບ​ຕໍ່​ແກ້​ໄຂບັນດາ​ບັນຫາທີ່​ຍັງ​ຄົງ​ຄ້າງ​ລະຫວ່າງ 2 ປະ​ເທດ, ປະກອບສ່ວນ​ຮັກສາ, ປັບປຸງ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ