ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ລົງພົບປະ ກັບຜູ້ມີສິດເລືອກຕັ້ງເມືອງ ໄຕໂຮ່

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ລົງພົບປະ ກັບຜູ້ມີສິດເລືອກຕັ້ງເມືອງ ໄຕໂຮ່ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມ​ືອງ ​ໄຕ​ໂຮ່
(ພາບ: tienphong.vn)

(vovworld) - ​ໂດຍ​ປະຕິບັດ​ລາຍການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ພາຍຫຼັງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທ​ື່ອທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 06/12, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ, ສະມາຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ 13 ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ຮ່າ​ໂນ້ຍ - ​ເຂດ​ເລືອກ​ຕັ້ງ​ເລກ 1 ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເ​ມື​ອງ​ໄຕ​ໂຮ່, ​ເພື່ອ​ລາຍ​ງານ​ໝາກຜົນ​ຂອງ​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຜ່ານ​ມາ, ພ້ອມ​ທັງ​ຮັບ​ຟັງ​ການ​ປະກອບ​ຄຳ​ເຫັນ​ຂອງ​ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຢືນຢັນ​ວ່າ: ກອງ​ປະຊຸມຄັ້ງ​ທີ 6 ​ມີ​ຄວາມ​ໝາຍ​ພິ​ເສດ, ​ແກ້​ໄຂ​ຫຼາຍ​ບັນຫາ​ສຳຄັນ, ຍາວ​ນານ​ຂອງ​ປະ​ເທດຊາດ, ພິ​ເສດ​ແມ່ນ​ໝາກຜົນ​ເກືອບ 100% ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ດ້ວຍ​ບັນດາ​ຂໍ້​ກຳນົດ​ລະອຽດ​ກ່ຽວຂ້ອງ​ເຖິງ​ລະບອບ​ການ​ເມືອງ, ​ເສດຖະກິດ, ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ. ກ່ຽວ​ກັບ​ບັນຫາ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູຈ້ອງ ​ເນັ້ນ​ໜັກ​ວ່າ.

   “​​ກ່ຽວ​ກັບການປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ນັ້ນ, ການ​ປ້ອງ​ກັນ​ສໍ້​ລາດ​ບັງ​ຫຼວງ​ແມ່ນ​​ວຽກ​ງານ​ພື້ນຖານແລ້ວ, ດີ​ທີ່​ສຸດ​ແມ່ນ​ບໍ່​ປະ​ໃຫ​​້​ການ​ສໍ້​ລາດ​ບັງ​ຫຼວງ​ເກີດ​ຂຶ້ນ. ການປ້ອງ​ກັນ ​ແລະ ສະກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ​ລວງ​ໜ້າ​ແມ່ນ​ຕ້ອງ​ມີ​ລະບຽບ​ກົດໝາຍ, ຈັດ​ແບ່ງ​ພະນັກງານ​ແລ້ວ, ບັນດາ​ອົງການ​ກວດກາ​ຕ້ອງ​ປະຕິບັດ​ເປັນ​ປະຈຳ​ບັນດາ​ມາດ​ຕະການ​ກ່າວ​ເຕື່ອນ ​ເຮັດ​ໃຫ້​ຜູ້ຢາກ​ກະທຳ​ສໍ້​ລາດ​ບັງ​ຫຼວງ​ກໍ່​ບໍ່​ສາມາດ​ປະຕິບັດໄດ້​. ກ່ຽວ​ກັບ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ໃນ​ໄລຍະ​ຜ່ານ​ມາ, ຄະນະ​ຊີ້​ນຳ​ສູນ​ກາງກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງກໍ່​ພວມປະຕິບັດ​ຢ່າງ​ຂ້ຽວຂາດ.”

ຂ່າວ/ບົດ​ອື່ນ