ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ກຳປູເຈຍຢ່າງຈົບງາມ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ກຳປູເຈຍຢ່າງຈົບງາມ - ảnh 1
(ພາບ: nguyenphutrong.net)

ຕອນ​ບ່າຍ​ວັນ​ທີ 8/12, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ໄດ້​ກັບ​ເມືອ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ທາງ​ລັດຖະກີດ ລາດ​ຊະ​ອານາ​ຈັກ ກຳປູ​ເຈຍ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ ພະມະຫາ​ກະສັດ ​ແຫ່ງ​ກຳປູ​ເຈຍ ​ໂນຣໍດົມ ສີ​ຫາ​ໂມນ​ີ ​ຢ່າງ​ຈົບງາມ. ທ່ານ​ເລຂາທິການ​ໃຫຍ່ ຫງຽວນຟູ໋ຈ້ອງ ​ໄດ້​ສົ່ງ​ສານ​ຂອບ​ໃຈ ພະ​ມະຫາ​ກະສັດກຳປູ​ເຈຍ ​ໂນຣໍດົມ ຊີ​ຫາ​ໂມນ​ີ ​ແລ​ະ ບັນດາ​ການ​ນຳ​ຂັ້ນ​ສູງ​ກຳປູ​ເຈຍ ທີ່​ໄດ້​​ໃຫ້ການ​ຕ້ອນຮັບ​ຢ່າງ​ສົມ​ກຽດ, ລອບ​ຄອບ​ຖີ່​ຖ້ວນ ​ແລະ ​ເຕັ້ມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດຕະພາບ​ອັນ​ດີງາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງອວຍພ​ອນ ປະຊາຊົນ​ກຳປູ​ເຈຍ ຈົ່ງສືບ​ຕໍ່​ຍາດ​ໄດ້​ບັນດາ​ຜົນງານ​ໃໝ່, ​ໃຫຍ່​ຫຼວງ​ກ່ວາ​​ເກົ່າ​ໃນ​ພາລະກິດ​ສ້າງສາ ປະ​ເທດ ກຳປູ​ເຈຍ ​ແຫ່ງ ສັນຕິພາບ, ​ເອກະລາດ, ​ເປັນກາງ ​ແລະ ວັດທະນາ​ຖາວອນ.

 ກ່ອນ​ໜ້າ​ນັ້ນ, ​ໃນ​ການ​ຢ້ຽມຢາມ​ກຳປູ​ເຈຍ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ. ​ໃນ​ຖະ​ແຫລ​ງການ​ຮ່ວມ​ທີ່​ການ​ເຈລະຈາ​ໃຫ້​ຮູ້​ວ່າ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ພະ​ມະຫາ​ກະສັດ ​ໂນ​ໂຣດົມ ສີ​ຫາ​ໂມ​ນີ ​ໄດ້​ແລກປ່ຽນ​ຄຳ​ເຫັນ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ ກ່ຽວ​ກັບ​ສາຍ​ພົວພັນຖານບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ. ສອງ​ຝ່າຍ​ຢືນຢັນ​ວ່າ: ສືບ​ຕໍ່​ຮັກສາ, ​ເສີມ​ຂະຫຍາຍ ​ແລະ ສືບ​ທອດໃຫ້​ຄົນ​ລຸ້ນຫລັງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ, ບົນ​ພື້ນຖານ​ບັນດາ​ຫລັກການ​ທີ່​ໄດ້​ລະບຸ​ໃນ​ຖະ​ແຫລ​ງການ​ຮ່ວມ​ຫວຽດນາມ ກຳປູ​ເຈຍປີ 1999, 2005 ​ແລະ ປີ 2009 ​ແລະ ຖື​ວ່າ: ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ປັດ​ໃຈ​ສຳຄັນ​ຮັບປະກັນ​ໄຊຊະນະ​ຂອງ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ແຕ່ລະ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ພົບ​ປະຂັ້ນ​ສູງ​ຄັ້ງ​ຕ່າງໆ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ອົງການ​ນິຕິບັນຍັດ ​ແລະ ອົງການ​ບໍລິຫານ​ຂອງ​ສອງ​ປະ​ເທດ, ສົ່ງ​ເສີມ​ການ​ເປີດ​ກວ້າງ​ການ​ຮ່ວມື, ຊ່ວ​ຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ທ້ອງ​ຖິ່ນ​ມີ​​ເສັ້ນຊາຍ​ແດນ​ຮ່ວມ ​ແລະ ລະຫວ່າງລຸ້ນຫນຸ່ມ​ຂອງ​ສອງ​ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 45 ປີ ​ແຫ່ງ​ວັນ​     ສ້າງສາ​ຍພົວພັນ​ທາງ​ການ​ທູດ, ສອງ​ຝ່າຍ​ເຫັນ​ດີ ຖື​ເອົາ​ປີ 2012 ​ແມ່ນ​ປີ​ແຫ່ງ​
ມິດ​ຕະພາບ ຫວຽດນາມ ກຳປູ​ເຈຍ.        
ສອງ​ຝ່າຍ​ຢືນຢັນ​ຄວາມ​ຕັດສິນ​ໃຈ ນຳ​ວົງ​ເງິນ​ສອງ​ສົ້ນ​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ​ໃນ 5 ປີ ຈະ​ມາ​ເຖິງ ​ແມ່ນບັນລຸ 5 ຕຶ້ USD, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ ຮ່ວມ​ມື​ລົງທຶນ​ພັດທະນາ​ຢູ່​ບັນດາ​ເຂດ​ຊາຍ​ແດນ, ​ເປັນ​ຕົ້ນ​ແມ່ນ​ເຂດ​ສາມ​ລ່ຽ​ມພັດທະນາ. ສອງ​ຝ່າຍ​ຢືນຢັນ​ຄືນ​ນະ​ໂຍບາຍ​ບໍ່​ອະນຸຍາດ​ໃຫ້​ບໍ່​ວ່າ​ກຳລັງ​​​ເປັນ​ປໍ​ລະ​ປັກ​ໃດ​ນຳ​ໃຊ້​ຜືນແຜ່ນດິນ ​ຂອງ​ຕົນ​ເພື່ອ​ນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​​ເພື່ອ​ນ, ສົມທົບ​ກັນ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ, ການ​ເຂົ້າ​ເມືອງ​ຢ່າງ​ຜິດ​ກົດໝາຍ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກັນ ຈະ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ພ້ອມ​ກັນ​ປະກອບສ່ວນ​ໃຫ້​ແກ່​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ​ແກ້​ໄຂ​ການ​ພິພາດ​ດ້ວຍ​ສັນຕິ​ວິທີ ​ແລະ​ສອດຄ່ອງ​ກັບ​ກົດໝາຍ ​ແລະ ຄຳໝັ້ນ​ສັນຍາ​ຂອງ​ພາກ​ພື້ນ.




ຂ່າວ/ບົດ​ອື່ນ