ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ: ອົງຄະນະພັກນະຄອນຮ່າໂນ້ຍ ຕ້ອງເປັນແບບຢ່າງໃນທົ່ວປະເທດ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ: ອົງຄະນະພັກນະຄອນຮ່າໂນ້ຍ ຕ້ອງເປັນແບບຢ່າງໃນທົ່ວປະເທດ - ảnh 1
ທ່ານ​ເລຂາ​ທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ
ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ນະຄອນຮ່າ​ໂນ​້ຍ
(ພາບ: TTXVN)


(vovworld) – ວັນ​ທີ 08/12, ຄະນະ​ປະຕິບັດ​ງານ​ຂອງ​ອະນຸກຳ​ມະການ​ເອກະສານ​ກອງ​ປະຊຸມ​ໃຫຍ່ຄັ້ງທີ 7 ຂອງ​ພັກ ​ໂດຍ​ທ່ານ ຫງວຽນ​ຟຸຈ້ອງ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຫົວ​ໜ້າອະນຸກຳ​ມະການ​ເອກະສານນຳ​ໜ້າ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ນະຄອນຮ່າ​ໂນ​້ຍ ກ່ຽວ​ກັບສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ວັດທະນະທຳ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ ​ແລະ ວຽກ​ງານ​ກໍ່ສ້າງ​ພັກ, ສ້າງ​ລະບົບ​ການ​ເມືອງ​ໃນ​ຊຸມ​ປີຜ່ານມາ ​ໃນ​ອາຍຸ​ການ 2010 – 2015. ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາ​ທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ ຕີລາຄາ​ວ່າ ພາຍຫຼັງ​ເປີດ​ກວ້າງ​ຂອບ​ເຂດ​ບໍລິຫານ ​ແຕ່​ປີ 2008 ມາ​ຮອດ​ປະຈຸ​ບັນ, ຮ່າ​ໂນ້ຍ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາພິ​ເສດ, ດ້ວຍ​ການ​ເປີດ​ກວ້າງ​ທັງ​ຂອບ​ເຂດ, ຈຳນວນ​ພົນລະ​ເມືອງ, ພ້ອມ​ທັງ​​ວາງ​ອອກ​​ຄວາມ​ຮຽກຮ້ອງ​ໃໝ່​ຫຼາຍ​ຢ່າງໃນ​ວິວັດ​ການ​ກໍ່ສ້າງ, ພັດທະນາ​ຂອງ​ນະຄອນຫຼວງ. ອົງຄະນະ​ພັກ​​ຮ່າ​ໂນ້ຍ ​ໄດ້​ມານະ​ພະຍາຍາມ​ສູ້​ຊົນ, ທັງ​ຮັບ​ປະ​ກັບ​ການຈັດ​ຕັ້ງ​ຢ່າງ​ໝັ້ນຄົງ, ຊັບຊ້ອນ​ກົງຈັກ, ທັງ​ພັດທະນາ​ບັນດາ​ຄາດໝາຍໜ້າ​ທີ່​ເຊິ່ງໄດ້​ວາງ​ອອກ ດ້ວຍ​ໝາກຜົນ​ທີ່​​ໜ້າ​ຊື່ນ​ຊົມ ດ້ວຍ​ລະດັບ​​ເຕີບ​ໂຕ​ດ້ານ​ເສດຖະກິດ​ແມ່ນ 9,2%/ປີ. ບັນດາ​ນະ​ໂຍບາຍ​ສັງຄົມ​ໄດ້​ຮັບ​ຄວາມ​ເອົາ​ໃສ​ປະຕິບັດ​ເປັນ​ຢ່າງ​ດີ. ສະພາບ​ຄວາມ​ສະຫງົບ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໄດ້​ຮັບ​ການ​ຮັກສາ​ໄວ​້ຢ່າງ​ໝັ້ນຄົງ. ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ລະບົບ​ການ​ເມືອງ, ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ, ບັນດາ​ອົງການ​ຈັດ​ຕັ້ງ, ໝູ່​ຄະນະ​ມີ​ການ​ປ່ຽນ​ໃໝ່​ຫຼາຍ​ຢ່າງ, ນັບ​ມື້​ນັບ​ມີ​ປະຊາທິປະ​ໄຕ, ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ ​ແລະ ການສະໜັບສະໜູນຈາກ​ປະຊາຊົນ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຮຽກຮ້ອງ​ໃຫ້​ຮ່າ​ໂນ້ຍ ປະຕິບັດ​ວຽກງານ​ກະກຽມ​ໃຫ້​​ແກ່ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ​ໃນ​ໄລຍະ​ຈະ​ມາ​ເຖິງ​ເປັນ​ຢ່າງ​ດີ, ​ເປັນແບບຢ່າງນຳ​ໜ້າ​ໃນ​ທົ່ວ​ປະ​ເທດ, ຕອບ​ສະໜອງ​ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ