ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກາເມົາ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກາເມົາ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກາເມົາ

(vovworld) -​ໂດຍ​ສືບ​ຕໍ່​ການ​​ໄປ​ປະຕິບັດ​ງານ​ຢູ່​ບາງ​ແຂວງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາ​ງພາກ​ໃຕ້ ຫວຽດນາມ, ​ເພື່ອ​ກວດກາ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ວຽກ​ງານກໍ່​ສ້າງ​ພັກ​ໃນ​ບໍລິ​ເວນ, ​ໃນ​ລະຫວ່າງ​ວັນ​ທີ 20 – 21/2, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ກາ​ເມົາ. ຕອນ​ເຊົ້າ​ວັນ​ທີ 21/02 ​ເມື່ອເຮັດ​ວຽກ​ກັບ​ພະນັກງານ​ຫຼັກ​ແຫຼ່ງຂອງ​ແຂວງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ: ​ແຂວງ ກາ​ເມົາ ຄວນ​ສືບ​ຕໍ່​ຄົ້ນຄວ້າ, ກວດກາ​ຄືນ, ປັບປຸງ​ແຜນຜັງ​ພັດທະນາ​ໃຫ້​ເໝາະ​ສົມ, ​ເພື່ອ​ແນ​​ໃສ່​ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່​ມຊ້ອນ, ທ່າ​ແຮງ​ຂອງ​ແຂວງ​ ​ກ່ວາ​ອີກ. ທ່ານ​ເລຂາທິການ​ໃຫຍ່​ຊີ້​ແຈ້ງວ່າ: ກ່ອນ​ອື່ນ​ໝົດ ​ແຂວງ​ຄວນ​ສຸມ​ໃສ່​ພັດທະນາ​ເສດຖະກິດ​ທະ​ເລ, ຫາ​ປາ​ໄກ​ຝັ່ງ​ຕິດ​ພັນ​ກັບ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ອະທິປະ​ໄຕ​ແຫ່ງ​ຊາດ; ​ເອົ​າ​ໃຈ​ໃສ່​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ, ປູກ ​ແລະ ປົກ​ປັກ​ຮັກສາ​ປ່າ​, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ເລຂາ​ທິການ​ໃຫຍ່​ຖື​ວ່າ: ຄວນ​ປຸກລະດົມ​ກຳລັງ​ແຮງ​​ໃນ​ທົ່ວ​ສັງຄົ​ມ, ປະຊາຊົນ ​ແລະ ວິ​ສາ​ຫະກິດ, ທັງ​ລະບົບ​ການ​ເມືອງ…​ພ້ອມ​ທັງ​ມີ​ກົນ​ໄກ, ນະ​ໂຍບາຍ, ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ດຶງ​ດູດ​ແຫຼ່ງທຶນ; ສ້າງ​ຖັນ​ແຖວ​ພະນັກງານ​ໃຫ້​ໄດ້, ​ເອົາ​ໃຈ​ໃສ່​ບຳລຸງສ້າງ​ແຫຼ່ງຊັບພະ​ຍາກ​ອນມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການອງ​ໜ້າ​ທີ່​​ໃໝ່. ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ​ແຂວງ ກາ​ເມົາ ​ເອົາ​ໃຈ​ໃສ່​ປະຕິ​ບັດ​ວຽກ​ງານ​ກໍ່ສ້າງ​ພັກ, ສ້າງ​ລະບົບ​ການ​ເມືອງ​ໃຫ້​ດີແລະ ຖື​ນີ້​ແມ່ນ​ໜ້າ​ທີ່ປົກກະຕິ, ລຽນຕິດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ