ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຮັດວຽກກັບຄະນະປະຈຳຄະນະພັກແຂວງກວາງບິ່ງ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເຮັດວຽກກັບຄະນະປະຈຳຄະນະພັກແຂວງກວາງບິ່ງ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​
ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະ​ນະ​ພັກແຂວງກວາງ​ບິ່ງ)

(vovworld) – ​ໂດຍ​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ແຂວງ​ກວາງ​ບິ່ງ, ວັນ​ທີ 06/02, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບຄະນະ​ປະຈຳ​ຄະ​ນະ​ພັກແຂວງກວາງ​ບິ່ງ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2014, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຄັ້ງ​ທີ 11 ​ແລະ ວຽກ​ງານ​ກະກຽມ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ຍ້ອງຍໍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກ​ຄອງ ​ແລະ ປະຊາຊົນ​ແຂວງ​ກວາງ​ບິ່ງ ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂ​ອງ​ປະຊາຊົນ. ທ່ານ​ເລຂາທິການ​ໃຫຍ່ ຖື​ວ່າ, ​ເມື່ອ​ທຽບ​ໃສ່​ທ້ອງ​ຖິ່ນ​ອື່ນ, ກວາງ​ບິ່ງ ມີ​ສະໜາມ​ບິນ, ມີ​ທ່າກໍ່າ​ປັ່ນ​ນ້ຳ​ເລິກ, ​ມີເຂດ​ເສດຖະກິດ​ດ່ານ​ຊາຍ​ແດນ… ສະ​ນັ້ນ, ​ແຂວງ​ຕ້ອງ​ຂຸດ​ຄົ້ນ​ບັນດາທ່າ​ແຮງດັ່ງກ່າວ​ຢ່າງ​ແຮງ ​ເພື່ອ​ມີ​ບາດກ້າວ​ບຸກທະລຸ​ພັດທະນາ​ຢ່າງ​ໝັ້ນຄົງ. ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ໃຫ້​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ, ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ​ວ່າ ຕ້ອງ​ກະກຽມ​ດ້ານ​ເນື້ອ​ໃນ​ເອກະສານ ​ແລະ ວຽກ​ງານ​ບຸກຄະລາ​ກອນຢ່າງ​ລອບ​ຄອບ​ທີ່​ຖ​້ວນ.

ຂ່າວ/ບົດ​ອື່ນ