ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບສູນກາງສະຫະພັນແມ່ຍິງ ຫວຽດນາມ

ຕອນ​ເຊົ້າ​ວັນ​ທີ 29 ພະຈິກ, ທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສູນ​ກາງ​ສະຫະພັນ​ແມ່ຍິງ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ຕີ​ລາຄາ​ສູງ​ບົດບາດ, ທີ່ຕັ້ງ ​ແລະ ບັນດາ​ການ​ປະກອບ​ສ່ວນ​ທີ່​ໃຫຍ່​ຫຼວງ​ຂອງ​ແມ່ຍິງ ຫວຽດນາມ ​ໃນ​ຕະຫຼອດ​ວິວັດ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ເລຂາທິການ​ໃຫຍ່ ​ໄດ້​ຢືນຢັນ​ວ່າ ພັກ​ ຍາມ​ໃດ​ກໍ່​ຮັບ​ຮູ້​ຄວາມ​ສຳຄັນ​ຂອງ​ແມ່​ຍິງ ​ແລະ ໄດ້​ມີ​ບັນດາ​ມະຕິ​ຕົກລົງ, ​ລາຍການ, ​ແຜນ​ຮ່າງເພີ່​ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​​ແມ່ຍິງ, ສ້າງ​ບັນດາ​ຂະ​ບວນການ​ແມ່ຍິງ. ກ່ຽວ​ກັບ​ໜ້າ​ທີ່​ຈຸດ​ສຸ​ມຂອງ​ສູນ​ກາງ​ສະຫະພັນໃນ​ໄລຍະ​ທີຈະ​ມາ​ເຖິງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ເນັ້ນ​ໜັກ​ວ່າ.

“ ກ່ອນອື່ນ​ໝົດ​ຄວນ​ຊາບ​ຊືມບັນດາ​ທັດສະນະ​ແນວ​ຄິດ​, ການ​ຊີ້​ນຳ​ຂອງ​ກອງ​ປະຊຸມຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກຢ່າງ​ເລີກ​ເຊິ່ງ, ຄົ້ນ​ຄ້ວາຍຸ​ດທະ​ສາດ​ພັດທະນາ​ເສດຖະກິດ​ສັງ​ຄົ​ມ​ໃນ​ໄລຍະ 20 ປີ​ທີ່​ຜ່ານ​ມາ​, ​ໂຄງການການ​ເມືອງ​ຂອງ​ພັກ​ໃນ​ໄລຍະ​ໃໝ່ຢ່າງ​ເລີກ​ເຊິ່ງ. ສະຫຼຸບ​ການ​ປະຕິບັດ​ຄຳ​ສັ່ງ​ມະຕິ​ຕົກລົງ​ທີ່​ມີ​ຢູ່​ແລ້ວ. ຈາກ​ພຶດຕິ​ກຳຕົວ​ຈິງ​ຂອງ​ຂະ​ບວນການ​ແມ່ຍິງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ແມ່ຍິງ​ທີ່​ພວກ​ເຮົາ​ນຳ​ເຂົ້າ​ສູ່​ກອງ​ປະຊຸມ​​ໃຫຍ່ທີ່​ຈະ​ມາ​ເຖິງ ” .

ຂ່າວ/ບົດ​ອື່ນ