ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ເຮັດວຽກຢູ່ນະຄອນໂຮ່ຈິມິນ

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ເຮັດວຽກຢູ່ນະຄອນໂຮ່ຈິມິນ - ảnh 1
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ເຮັດວຽກກັບການນຳນະຄອນໂຮ່ຈິມິນ  

Vovworld- ​ໂດຍສືບຕໍ່ການປະຕິບັດງານຢູ່ບັນດາແຂວງພາກໃຕ້, ວັນທີ 29/3, ທ່ານເລຂາທິການໃຫ ຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນເພື່ອ ກວດກ າສະພາບ ການປະຕິບັດມະຕິ ກອງປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ​ແລະ ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດທີ 11 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ​ໄດ້​ສະ​ເໜີ​ທາງ​ນະຄອນ​ຈົ່ງອີງ​ໃສ່ບັນດາ​ມະຕິ​ຂອງ​ພັກ, ສືບ​ຕໍ່​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ​ໂຄງ​ປະກອບ​ເສດຖະກິດ​ໃນ​ສະພາບ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ​ຢ່າງ​​ເລິກ​ເຊິ່ງກ່ວາ; ຍົກ​ສູງ​ຄຸນ​ນະພາ​ບ​ເພື່ອ​ພັດທະນາ​​ແບບ​ຍືນ​ຍົງ, ປະຕິບັດ 3 ຂອດ​ບຸກ​ທະ​ລຸກ່ຽວ​ກັບ​ການ​ສ້າງ​ລະບອບ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົ​ມ, ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ...... ທ່ານເລຂາທິການໃຫຍ່ພັກ ກອມູນິດ ຫວຽດນາມ ຫງວຽນຟູ້ຈ້ອງ ຊີ້​ແຈ້ງວ່າ : “ ຕ້ອງອີງ​ໃສ່ມະຕິ​ ກອງປະຊຸມ​ໃຫຍ່, ຍຸດ​ທະ​ສາດ​ເສດຖະກິດ​ສັງຄົມ, ມະຕິ 16 ຊຶ່ງ​ກົມ​ການ​ເມື​ອງ​ໄດ້​ປະກາດ​ໃຊ້. ທິດ​ທາງ​ໄດ້​ມີ​ຢູ່​ແລ້ວ. ​ແຕ່​ນີ້​ເຖິງ​ປີ 2020, ພວກ​ສະຫາຍ​ຕ້ອງ​ສ້າງ​ເປັນ​ລະອຽດ ​ເພື່ອ​ມີ​ບັນດາ​ມາດ​ຕະການ​ທີ່​ສາມາດ​ເປັນ​ໄປ​ໄດ້, ຕິດ​ແທດ​ຕົວ​ຈິງ, ຊີ້​ນຳ​ຢ່າງ​ຂ້ຽວຂາດ, ປະຕິບັດ​ໃຫ້​ໄດ້​ຈຸດໝາຍ​ກາຍ​ເປັນນະຄອນ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ​ຢ່າງ​ໄວ​ກ່ວາ​ເມື່ອ​ທຽບ​ໃສ່​ທົ່ວ​ປະ​ເທດ ​ແລະ ​ເປັນ​ນະຄອນ​ສັງຄົມ​ນິຍົມ ”

  ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ​ໄດ້​ສະ​ເໜີ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ສືບ​ຕໍ່​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ​ຢ່າງ​ເດັດ​ດຽວ, ມີ​ຄວາມ​ມານະ​ອົດທົນ, ສ້າງ​ຄວາມ​ໝັ້ນຄົງ​ໜັກ​ແໜ້ນ​ເທື່ອ​ລະ​ກ້າວ ​ແລະ ບໍ່​ທໍ້ຖອຍ​ໃຈ. ​ໃນ​ຕອນ​ບາຍ​ຂອງ​ວັນ​ດຽວ​ກັນ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ຊອກ​ຮູ້​ສະພາບ​ການຕົວ​ຈິງ​ຢູ່​ເມືອງ 8. 

ຂ່າວ/ບົດ​ອື່ນ