ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ​ຈ້ອງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Olaf Scholz

(VOVWORLD) -ທີ່ການໂອ້ລົມທາງໂທລະສັບ ກັບທ່ານນາຍົກລັດຖະມົນຕີເຢຍລະມັນ Olaf Scholz, ໃນຕອນບ່າຍວັນທີ 31 ມີນາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະເຫນີໃຫ້ສອງປະເທດ ເພີ່ມທະວີການພົວພັນດ້ານການເມືອງ ໃນນັ້ນ ມີເລື່ອງແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ, ຊຸກຍູ້ການພົວພັນລະຫວ່າງ ພັກກອມມູນິດ ຫວຽດນາມ ກັບບັນດາພັກການເມືອງ ຢູ່ ເຢຍລະມັນ, ຍົກສູງການຮ່ວມມືລະຫວ່າງສອງປະເທດກ່ຽວກັບການລົງທຶນ, ການຄ້າ, ວິທະຍາສາດ, ເຕັກໂນໂລຊີ, ການສຶກສາ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບໃຫ້ຂຶ້ນສູ່ລະດັບສູງໃຫມ່.
ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ​ຈ້ອງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Olaf Scholz - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີເຢຍລະມັນ Olaf Scholz (ພາບ: VTV)

ທ່ານເລຂາທິການໃຫຍ່ ກໍ່ສະເຫນີ ລັດຖະບານ ເຢຍລະມັນ ສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນໃນການດຳລົງຊີວິດ ແລະ ເຮັດວຽກ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ ກໍ່ໄດ້ແລກປ່ຽນບາງບັນຫາພາກພື້ນ ແລະ ສາກົນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳສອງທ່ານ ເຫັນດີ ຈະຊີ້ນຳການຊຸກຍູ້ການຮ່ວມມືໃນບັນດາຂົງເຂດຊື່ງສອງປະເທດຕ່າງມີຄວາມສົນໃຈໃນໄລຍະຈະມາເຖິງ.

ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz  ຢືນຢັນ: ເຢຍລະມັນ ຖື ການພົວພັນຄູ່ຮ່ວມມືຍຸດທະສາດ ເຢຍລະມັນ - ຫວຽດນາມ ພວມພັດທະນາອັນດີງາມເປັນສຳຄັນ, ມີຫລາຍຄວາມສາມາດບົ່ມຊ້ອນເພື່ອສືບຕໍ່ພັດທະນາຢ່າງແຮງ. ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ສອງປະເທດຍູ້ແຮງການຮ່ວມມືດ້ານການເມືອງສອງຝ່າຍ ແລະ ຢູ່ບັນດາເວທີປາໄສສາກົນ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ໃນນັ້ນ ເສີມຂະຫຍາຍທ່າແຮງຂອງ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ຊຸກຍູ້ບັນດາໂຄງການຂອງ ເຢຍລະມັນ ຢູ່ ຫວຽດນາມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການປ້ອງກັນຕ້ານໂລກລະບາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ