ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງ ໃຫ້ການຕ້ອນຮັບທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ

ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງ ໃຫ້ການຕ້ອນຮັບທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ - ảnh 1
ທ່ານ​ສຸ​ກັນ ມະຫາ​ຫຼາດ (ຊ້າຍ)

(ພາບ:cand.com.vn)

(vovworld)-​​​​​​ຕອນ​ບ່າຍວັນ​ທີ 26/8, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ  ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ຂັ້ນສູງ​ນະຄອນຫຼວງ​ວຽກ​ຈັນ ​ໂດຍ​ທ່ານ​ສຸ​ກັນ ມະຫາ​ຫຼາດ ​ເລຂາ​ສູນ​ກາງ​ພັກ ປຊຊ ປະຕິວັດ​ລາວ, ​ເລຂາ​ຄະນະ​ພັກ, ເຈົ້າຄອງ​ນະຄອນຫຼວງ​ວຽງ​ຈັນ ນຳ​ໜ້າ ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ. ທ່ານ​ສຸ​ກັນ ມະຫາ​ຫຼາດ ຢືນຢັນ​ວ່າ: ນະຄອນຫຼວງ​ວຽງ​ຈັນ​ ຈະ​ສົມທົບ​ກັບ​ນະຄອນຫຼວງຮ່າ​ໂນ້ຍ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ໃນ​ທຸກໆ​ຂົງ​ເຂດ ປະກອບສ່ວນ​ປັບປຸງ ​ແລະ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ລາ​ວ. ສ່ວນທ່ານ​ເລຂາທິການ​ຫງວຽນ​ຟູ​ຈ້ອງ  ສະ​ແດ​ງຄວາມ​ປິ​ຕິ​ຊົມ​ຊື່ນ​ໂດຍ​ເຫັນ​ວ່າສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ລາ​ວ ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ເຂົ້າສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ. ທ່ານ​ປາດ​ຖະໜາ​ວ່າ: ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ວຽງ​ຈັນ ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ໃນ​ທຸກໆ​ຂົງ​ເຂດ​ຊື່​ງສອງ​ຝ່າຍ​ຕ່າງ​ກໍ່​ມີ​ຄວາມ​ສົນ​ໃຈ ປະກອບສ່ວນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຂອງ​​ແຕ່​ລະ​ພັກ​ຢ່າງ​ມີ​​ໄຊ.

 

ຂ່າວ/ບົດ​ອື່ນ