ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງຕ້ອນຮັບປະທານສະພາແຫ່ງຊາດລາວ

ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງຕ້ອນຮັບປະທານສະພາແຫ່ງຊາດລາວ  - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ ​ມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ​ໃຫ້​ການ​ຕ້ອນ​ຮັບ​ທ່າ​ນ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ​ ຢາ​ທໍ​ຕູ້

(vovworld)-ຕອນ​ບ່າຍ​ວັນ​ທີ 6/3, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ ​ມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່າ​ນ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ​ ຢາ​ທໍ​ຕູ້ ຊຶ່ງ​ພວມ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ​ຫວຽດ​ນ​າມຢ່າງ​ເປັນ​ທາງ​ການ. ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ ​ມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ສະ​ເໜີ​ສະ​ພາ​ແຫ່ງ​ຊາ​ດ 2 ປະ​ເທດ​ຈົ່ງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ, ວິ​ຊາ​ອາ​ຊີບ​ໃນ​ຂົງ​ເຂດ​ນິ​ຕິ​ບັນ​ຍັດ, ເພີີ່ມ​ທະ​ວີ​ການກວດ​ກາ, ຕິດ​ຕາມກວດ​ກາ, ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ, ນັບ​ທັງ​ວິ​ສາ​ຫະ​ກິດ 2 ປະ​ເທດ​ໃນ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ຖະ​ແຫຼງ​ການ​ຮ່ວມ​ຫວຽດ​ນາມ-ລາວ ແລະ ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ 2 ລັດ, ສັນ​ຍາ​ຮ່ວມ​ມື​ລະ​ຫວ່າງ 2 ລັດ​ຖະ​ບານ ແລະ ບັນ​ດາ​ໂຄງ​ການ, ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ. ພ້ອມ​ກັນ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ສຳ​ຄັນ​ຍິ່ງ​ໃນ​ປີນີ້​ເປັນຢ່າງດີ.

    ສ່ວນ​​ທ່າ​ນ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ​ ຢາ​ທໍ​ຕູ້ໄດ້​ແຈ້ງ​ໃຫ້ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ ​ມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ຮັບ​ຊາບ​ໝາກ​ຜົນ​ແຫ່ງ​ການ​ເຈ​ລະ​ຈາ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ຢືນ​ຢັນ​ວ່າ ສະ​ພາ​ແຫ່ງ​ຊາດ​ລາວ​ຈະ​ສົມ​ທົບ​​ຢ່າງ​ແໜ໊ນ​ແຟ້ນກັບ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມປະ​ຕິ​ບັດ ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ພັກ ແລະ ຂໍ້​ຕົກ​ລົງຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຂອງ 2 ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ