ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງຕ້ອນຮັບພົນຕີ ວິໄລ ຫຼ້າຄຳຟອງ

(VOVWORLD) -ຕອນບ່າຍວັນທີ 02 ສິງຫາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານພົນຕີ ວິໄລ ຫຼ້າຄຳຟອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງຕ້ອນຮັບພົນຕີ ວິໄລ ຫຼ້າຄຳຟອງ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບ

ທ່ານພົນຕີ ວິໄລ ຫຼ້າຄຳຟອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢືນຢັນວ່າ, ຍາມໃດພັກ, ລັດ ກໍ່ຈະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ກະຊວງປ້ອງກັນປະເທດຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືປົກປັກຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນສະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີໃຫ້ກອງທັບ 2 ປະເທດສືບຕໍ່ເສີມຂະຫຍາຍມູນເຊື້ອ, ຍົກສູງຈິດໃຈລະມັດລະວັງ, ປະຕິບັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງມີໄຊ… ສ່ວນພົນຕີ ວິໄລ ຫຼ້າຄຳຟອງ, ຢືນຢັນວ່າ, ໃນບໍ່ວ່າສະພາບການໃດ, ກະຊວງປ້ອງກັນປະເທດລາວ ກໍຈະສົມທົບກັບກະຊວງປ້ອງກັນປະເທດຫວຽດນາມ ປະຕິບັດສຳເລັດໜ້າທີ່ເຊິ່ງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດມອບໝາຍໃຫ້; ຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດ ແລະ ອະນຸສັນຍາ, ແຜນການຮ່ວມມືລະຫວ່າງກະຊວງປ້ອງກັນ 2 ປະເທດໃຫ້ເປັນຢ່າງດີ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງຕ້ອນຮັບພົນຕີ ວິໄລ ຫຼ້າຄຳຟອງ - ảnh 2  ພົນໂທ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ຕ້ອນຮັບ

ພົນຕີ ວິໄລ ຫຼ້າຄຳຟອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ.

(ພາບ: VTC)

ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 02 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ພົນໂທ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ເຈລະຈາກັບພົນຕີ ວິໄລ ຫຼ້າຄຳຟອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ. ທີ່ການເຈລະຈາ, 2 ຝ່າຍໄດ້ເປັນເອກະພາບນຳກັນວ່າ, ໃນໄລຍະຈະມາເຖິງຈະເພີ່ມທະວີການຮ່ວມມືໃນການໂຄສະນາ, ສຶກສາພະນັກງານ, ນັກຮົບກອງທັບປະຊາຊົນ 2 ປະເທດກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງປະຊາຊົນ ແລະ ກອງທັບ 2 ປະເທດ; ເພີ່ມທະວີການຮ່ວມມືບຳລຸງສ້າງ; ສືບຕໍ່ສົມທົບກັນຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວກັບຄືນເມືອປະເທດ… ປີ 2017, ຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນນາຍທະຫານໜຸ່ມ, ຈັດຕັ້ງການແຮກຊ່ຽວລະຫວ່າງບັນດາກົມກອງ, ແລກປ່ຽນວັດທະນະທຳ… ໃນຂອບເຂດການຢ້ຽມຢາມ, ພົນຕີ ວິໄລ ຫຼ້າຄຳຟອງ ໄດ້ເຂົ້າຢ້ຽມຂໍ່ຳນັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນຫຼີກ.

ຕອບກັບ

ຂ່າວ/ບົດ​ອື່ນ