ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໄຕໂຮ່, ຮ່າໂນ້ຍ


ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໄຕໂຮ່, ຮ່າໂນ້ຍ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໄຕໂຮ່, ຮ່າໂນ້ຍ
(ພາບ: TTXVN)

(vovworld) - ວັນ​ທີ 18/10, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ ພ້ອມ​ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຫົວໜ່ວຍ​ເລືອກ​ຕັ້ງ​ເລກ 1, ຄະນະ​ສະມາຊິກ ສະພາ​ແຫ່ງ​ຊາດ​ນະຄອນ ຮ່າ​ໂນ້ຍ ​ໄດ້ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ​ໄຕ​ໂຮ່. ທີ່​ການ​ພົບ​ປະ, ບັນດາ ສະມາຊິກ ສະພາ​ແຫ່ງ​ຊາດ​ ​ໄດ້​ລາຍ​ງານ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຮ່າງ​ເນື້ອ​ໃນ, ລາຍການ​ຂອງ ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ ຫວຽດນາມ​ ຊຸດ​ທີ 14 ​ເຊິ່ງຈະ​ຈັດ​ຕັ້ງ​ແຕ່​ວັນ​ທີ 20/10-22/11/2016. ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ​ເຊິ່ງ​ໄລຍະ​ຜ່ານ​ມາ ​ໄດ້​ສ້າງ​ການ​ຫັນປ່ຽນ​ໃໝ່​ໃນ​ການ​ສ້າງ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ, ພິ​ເສດ​ແມ່ນ​ກໍ່ສ້າງ​ລັດຖະບານ​ໃຫ້​ເປັນ​ລັດຖະບານ​​ແຫ່ງ​ການກໍ່ສ້າງ, ຮັບ​ໃຊ້, ບໍລິສຸດ, ກະທຳ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເໜີ​ສະພາ​ແຫ່ງ​ຊາດ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ສູງ​ສຸດ​ໃນ​ການ​ລົງທຶນ​ພັດທະນາ; ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ, ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ, ​ເອົາ​ໃຈ​ໃສ່​ເຖິງ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢູ່​ເຂດ​ຊົນນະບົດ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ..

ທ່ານ​ເລຂາທິການ​ໃຫຍ່ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ, ການ​ພັດທະນາ​ເສດຖະກິດ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ກໍ່ສ້າງ​ພັກ​ແມ່ນ​ໜ້າ​ທີ່​ຫຼັກ​ແຫຼ່ງ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ, ​ແລະ ສຳຄັນ​ພິ​ເສດ. ທ່ານ​ກໍ່​ຊີ້​ແຈ້ງວ່າ, ການ​ກໍ່ສ້າງ​ພັກ​ຕ້ອງ​ຕິດ​ພັນ​ກັບ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ໄພ​ຫຍໍ້​ທໍ້, ກໍ່ສ້າງ​ອຳນາດ​ການ​ປົກຄອງ, ລະບົບ​ການ​ເມືອງ… ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ມີ​ການ​ກະທຳ, ປະຕິບັດ​ກົດ​ວິ​ໃນ​ຢ່າງ​ເຂັ້ມ​ງວດ, ປະຊາຊົນ, ສະພາ​ແຫ່ງ​ຊາດ​ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຈົ່ງ​ພ້ອມ​ກັນຕິດຕາມ​ກວດກາ.

ຂ່າວ/ບົດ​ອື່ນ