ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຢ້ຽມຢາມແຂວງຢວຽນໜານຂອງຈີນ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຢ້ຽມຢາມແຂວງຢວຽນໜານຂອງຈີນ - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ຈີນ, ວັນ​ທີ 9/4, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ອອກ​ຈາກ​ນະຄອນຫຼວງ​ປັກ​ກິ​ງ, ​ໄປ​ຢ້ຽມຢາມ​ແຂວງ​ຢວຽນ​ໜານ.

ກ່ອນໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 9/4, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ໄດ້​ຕ້ອນຮັບ​ການ​ນຳ​ວິ​ສາ​ຫະກິດ​ອັນ​ດັບ​ໜຶ່ງ 2 ​ແຫ່ງ​ຂອງ​ຈີນ​ໃນ​ຂົງ​ເຂດ​ໂທລະ​ຄົມ, ນັ້ນ​ແມ່ນ​ກຸ່ມ​ບໍລິສັດ​ຮວາ​ໄກວ ​ແລະ ກຸ່ມ​ບໍລິສັດ​ຈຸ​ງສິງ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ຂອງ​ຈີນ ​ກັບ​ບັນດາ​ບໍລິສັດ​ໂທລະ​ຄົມ​ຫວຽດນາມ, ທ່ານ​ຊົມ​ເຊີຍ​ ກຸ່ມ​ບໍລິສັດ​ຮວາ​ໄກວ ​ແລະ ກຸ່ມ​ບໍລິສັດ​ຈຸ​ງສິງ ສືບ​ຕໍ່​ຮ່ວມ​ມື​ຢູ່​ຫວຽດນາມ, ​ໃນ​ນັ້ນ​ມີ​ເລື່ອງ​ໜູນ​ຊ່ວຍ​ບຳລຸງ​ສ້າງ​ແຫຼ່ງຊັບ​ພະຍາກອນ​ມະນຸດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນຂ່າວ​ສາວ - ສື່ສານ​ໃຫ້​ຫວຽ​ດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຫວັງ​ວ່າ, ບັນດາ​ວິ​ສາ​ຫະກິດ​ຂອງ​ຈີນ​ ຈະ​ສືບ​ຕໍ່​ຂຸດ​ຄົ້ນ​ໂຄງການ​ຮ່ວມ​ມື​ທຳ​ມາ​ຫາ​ກິນຢ່າງ​ມີ​ປະສິດທິ​ຜົນ​ຢູ່​ຫວຽດນາມ ​ເພື່ອ​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທາງ​ດ້ານ​ເສດຖະກິດ​ໃຫ້​ວິ​ສາ​ຫະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ ກໍ່​ຄື​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ