ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງເຮັດວຽກ ຢູ່ແຂວງບິ່ງທ້ວນ


ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງເຮັດວຽກ ຢູ່ແຂວງບິ່ງທ້ວນ - ảnh 1

(ພາບ: binhthuantv.vn)

(vovworld) –​ ຕອນ​​ເຊົ້າວັນ​ທີ 3/7, ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ບິ່ງ​ທ້ວນ, ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ​ໄດ້​ໄປ​ຢ້ຽມຢາມ​ຕາ​ແສງຕາ​ມ​ແທງ, ເມືອງ​ເກາະ​ຟູ​ກຸຍ. ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໄດ້​ແລກປ່ຽນ​ໂດຍ​ກົງ​ກັບ​ພະນັກງານ ​ແລະ ປຊຊ ຕາ​ແສງ​ກ່ຽວ​ກັບ​ການຈັດຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ຊາວ​ປະມົງ, ກ່ຽວ​ກັບ​ເຂດ​ຫາ​ປາ, ການ​ບໍລິການ, ການ​ປຸງ​ແຕ່ງ, ຈຳໜ່າຍສິນ​ທະ​ເລ, ການ​ຮ່ຳຮຽນ, ສະໜອງ​ນ້ຳຈືດ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ສະ​ເໜີ​ໃຫ້ຕາ​ແສງຕາ​ມ​ແທງ ​ແລະ ​ເມືອງ​ເກາະ​ຟູ​ກຸຍ ສືບ​ຕໍ່​ປະຕິບັດ​ການ​ຫາ​ສິນ​ທະ​ເລ​, ຈັດ​ໜ່ວຍ​ຫາ​ປາເປັນ​ຢ່າງ​ດີ ພ້ອມກັນນັ້ນຕ້ອງ​ພັດທະ​ນາ​ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ, ຕິດ​ພັນ​ກັບ​ຜະລິດ​ກັບ​ບັນດາ​ການ​ບໍລິການ​ປຸງ​ແຕ່ງ, ​ເກັບ​ຊື້, ຈຳໜ່າຍ​ສິນ​ທະ​ເລ:

  “ການ​ຫາ​ປາ​ຢູ່​ໄກ​ຝັ່ງ​ແມ່ນ​ບັນຫາ​ຕົ້ນຕໍ່​ແຕ່​ດົນ​ນານ​ມາ​ແລ້​ວຂອງຫວຽດນາມ. ຖ້າ​ມີ​ການ​ສົມທົບ​ກັບ​ການ​ລ້ຽງ​ປູກ​ຢູ່​ກັບ​ທີ່, ສົມທົບ​ກັບ​ການ​ພັດທະນາ​ເສ​ດຖະກິດຂອງ​ເກາະ​ຈຶ່ງຈະ​ຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ໄດ້​ໝົດ. ​ແຕ່​ໄປ​ຄຽງ​ຄູ່​ກັບ​ການ​ຜະລິດ​ແມ່ນ​ຕ້ອງ​ຄິດ​​ເຖິງໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປົກ​ປ້ອງ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ​ພາຍ​​ໃນປະ​ເທດ ​ແລະ ປົກ​ປັກ​ຮັກສາ​ຄວາມ​ເປັນ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ…. “./.

ຂ່າວ/ບົດ​ອື່ນ