ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ​ພົບ​ປະ​ກັບ​ທ່ານ​ປະ​ທານສະ​ພາ​ບໍ​ລິ​ຫານ​ແຫ່ງລັດ ມຽ​ນ​ມາ

(VOVWORLD) -ການເດີນທາງໄປຢ້ຽມຢາມ ມຽນມາ ຄັ້ງນີ້ ຂອງທ່ານ ເລຂາທິການໃຫຍ່ ອາຊຽນ Lim Jock Hoi ແລະ ທ່ານ Erywan Yosof ລັດຖະມົນຕີຜູ້ທີ 2 ກະຊວງການຕ່າງປະເທດ ບຣູໄນ ຊຶ່ງເປັນປະເທດດຳລົງຕຳແໜ່ງປະທານໝູນວຽນ ອາຊຽນ 2021, ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງ ອາຊຽນ ເພື່ອແນໃສ່ຊອກຫາມາດຕະການໃຫ້ແກ່ບັນຫາ ມຽນມາ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ​ພົບ​ປະ​ກັບ​ທ່ານ​ປະ​ທານສະ​ພາ​ບໍ​ລິ​ຫານ​ແຫ່ງລັດ ມຽ​ນ​ມາ - ảnh 1ພາບປະກອບ: AFP/TTXVN

ວັນທີ 4 ມິຖຸນາ, ຢູ່ນະຄອນຫຼວງ Nay Pyi Taw ຂອງ ມຽນມາ, ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ໄດ້ພົບປະກັບທ່ານ ປະທານສະພາບໍລິຫານລັດແຫ່ງລັດ ທັງເປັນຜູ້ບັນຊາການໃຫຍ່ທະຫານ ມຽນມາ, ຈອມພົນ Min Aung Hlaing. ສອງຝ່າຍໄດ້ປຶກສາຫາລືວິກິດການຢູ່ ປະເທດນີ້ ພາຍຫຼັງກອງທັບກັກຕົວບັນດາການນຳລັດຖະບານ, ບັນດາຜູ້ວ່າການເຂດ ແລະ ລັດ ພ້ອມກັບສະມາຊິກຂັ້ນສູງຂອງພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ມຽນມາ (NLD).

        ການເດີນທາງໄປຢ້ຽມຢາມ ມຽນມາ ຄັ້ງນີ້ ຂອງທ່ານ ເລຂາທິການໃຫຍ່ ອາຊຽນ Lim Jock Hoi ແລະ ທ່ານ Erywan Yosof ລັດຖະມົນຕີຜູ້ທີ 2 ກະຊວງການຕ່າງປະເທດ ບຣູໄນ ຊຶ່ງເປັນປະເທດດຳລົງຕຳແໜ່ງປະທານໝູນວຽນ ອາຊຽນ 2021, ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມຂອງ ອາຊຽນ ເພື່ອແນໃສ່ຊອກຫາມາດຕະການໃຫ້ແກ່ບັນຫາ ມຽນມາ.

        ໃນຖະແຫຼງການສະບັບໜຶ່ງ, ມຽນມາຢັ້ງຢືນຈະຊັ່ງຊາຢ່າງລະອຽດບັນດາຂໍ້ສະເໜີທີ່ມີລັກສະນະສ້າງສັນຂອງ ອາຊຽນ ຕໍ່ມຽນມາ ອີ່ງໃສ່ບັນດາບຸລິມະສິດຂອງມຽນມາ ໃນຈຸດເວລານີ້ ແມ່ນ ຟື້ນຟູສັນຕິພາບ ແລະ ສະຖຽນລະພາບພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ