ທ່ານເລຂາທິການໃຫຍ່,ປະທານປະເທດຈີນສິ​ຈິ້ນຜິ​ງແລະພັນລະຍາຢ້ຽມຢາມທາງລັດຖະກິດຫວຽດນາມ

ທ່ານເລຂາທິການໃຫຍ່,ປະທານປະເທດຈີນສິ​ຈິ້ນຜິ​ງແລະພັນລະຍາຢ້ຽມຢາມທາງລັດຖະກິດຫວຽດນາມ - ảnh 1
(ທ່ານເລຂາທິການໃຫຍ່,ປະທານປະເທດຈີນສື່ຈີນຜິງ
ແລະພັນລະຍາຢ້ຽມຢາມທາງລັດຖະກິດຫວຽດນາມ)


(vovworld) – ວັນ​ທີ 05/11, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດຈີ​ນ, ປະທານ​ປະ​ເທດສປ.ຈີນ ສື່​ຈີນ​ຜິ​ງ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກ​ອມມູນິດ​ຫວຽດນາມ ຫງວຽນ​ຟ​ຸຈ້ອງ ​ແລະ ທ່ານ​ປະທານ​ປະ​ເທດສສ.ຫວຽດນາມ ​ເຈືອງ​ເຕີນ​ຊາງ​. ​ໃນ​ການ​ຢ້ຽມຢາມ​ແຕ່​ວັນ​ທີ 05 – 06/11, ທ່ານ​ເລ​ຂາ​ທິການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສື່​ຈີນ​ຜິ​ງ ຈະ​ມີ​ການ​​ເຈລະຈາ​ກັບ​ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸຈ້ອງ, ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່າ​ນນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ແລະ ມີ​ການ​ເຄື່ອນ​ໄຫວສຳຄັນອື່ນໆ​ອີກຈຳ​ນວນ​ໜຶ່ງ.

      ການ​ຢ້ຽມຢາມທາງ​ລັດຖະກິດ​ຫວຽດນາມ ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສື່​ຈີນ​ຜິ​ງ ມີ​ຄວາມ​ໝາຍສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຈີນ​ ​ແລະ ຈະ​ເປັນ​ຂີດ​ໝາຍ​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​, ຮ່ວມ​ມືຍຸດທ​ະສາດ​ຮອບ​ດ້ານ​ລະຫວ່າງ​ຫວຽດນາມ - ຈີນ ​ໃຫ້​ພັດທະນາ​​ໝັ້ນຄົງ​ເຂັ້ມ​ແຂງ. ດ້ວຍ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຫວຽດນາມ ​ກໍຢືນຢັນ​ຄວາມຢືດໝັ້ນ​​ແນວທາງ​ຕ່າງປະ​ເທ​ດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນຫຼາຍ​ຮູບ​ແບບ, ຫຼາຍ​ຝ່າຍ, ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຖື​ເປັນ​ສຳຄັນ ​ແລະ ປາ​ດຖະນາ​ຢາກ​ພັດທະນາ​ການ​ພົວພັນ​ອັນ​ດີງາມ, ​ແທດ​ຈິງ​ກັບ​ຈີນ,  ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ສະ​ເໝີ​ພາບ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ…

ຂ່າວ/ບົດ​ອື່ນ