ທ່ານເລຂາທິການໃຫຍ່,ປະທານປະເທດລາວຕ້ອນຮັບຄະນະຜູ້ແທນສານປຊຊສູງສຸດຫວຽດນາມ

 ທ່ານເລຂາທິການໃຫຍ່,ປະທານປະເທດລາວຕ້ອນຮັບຄະນະຜູ້ແທນສານປຊຊສູງສຸດຫວຽດນາມ - ảnh 1
ທ່ານ ​ເຈືອງ​ຮ່ວາ​ບີ່​ງ
ພາບ:internet


(vovworld)- ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ສານ​ປະຊາຊົນ​ສູງ​ສຸດ​ລາວ, ຄະນະ​ການ​ນຳ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ​ໂດຍ​ທ່ານ ​ເຈືອງ​ຮ່ວາ​ບີ່​ງ, ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດນຳ​ຫນ້າ​ໄດ້​ໄປ​ຢ​້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ລາວ​ແຕ່​ວັນ​ທີ 7 -10/8. ຕອນ​ເຊົ້າ​ວັນ​ທີ 8/8 ຢູ່​ສຳນັກງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ. ນະ​ທີ່ີນີ້ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຕີ​ລາຄາ​ສູງ​ໝາກຜົນ​ການ​ຮ່ວມ​ມື ​ແລະ ການ​ເຈລະຈາ ລະຫວ່າງ​ສານ​ປະຊາຊົນ​ສູງ​ສຸດ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາ​ກ​ໃຫ້​ສານ​ປະຊາຊົນ​ສູງ​ສຸດ​ສອງ​ປະ​ເທດ​, ພິ​ເສດ​ແມ່ນ​ອົງການ​ສານ​ຢູ່​ບັນດາ​​ແຂວງ​ຊາຍ​ແດນ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ການ​ຮ່ວມ​ມື​ເພື່ອ​ເພີ່ມ​ທະວີ​ບົດບາດ​ຂອງ​ອົງການ​ສານ​ຂອງ​ສອງ​ປະ​ເທດ​ກວ່າ​ອີກ, ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ສັງຄົມ, ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ສຳລັບ​ພັກ, ລັດ.

 

 

ຂ່າວ/ບົດ​ອື່ນ