ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຝູຈ້ອງຊີ້ນຳກອງປະຊຸມທາງອອນລາຍລັດຖະບານກັບບັນດາທ້ອງຖິ່ນ

(VOVWORLD) -ເຖິງວ່າບໍ່ປະຕິບັດສຳເລັດບາງຄາດໝາຍທີ່ໄດ້ວາອອກນັບແຕ່ຕົ້ນປີຍ້ອນສາຍເຫດພາວະວິໄສ, ແຕ່ປີ 2020 ຍັງໄດ້ຮັບຖືວ່າແມ່ນປີບັນລຸຜົນສຳເລັດທີ່ສຸດໃນໄລຍະ 5 ປີຜ່ານມາ.

ທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຝູຈ້ອງຊີ້ນຳກອງປະຊຸມທາງອອນລາຍລັດຖະບານກັບບັນດາທ້ອງຖິ່ນ - ảnh 1ກອງປະຊຸມທາງອອນລາຍຂອງລັດຖະບານກັບບັນດາທ້ອງຖິ່ນ

(ພາບ: VGP)

ວັນທີ 28 ທັນວາ, ກ່າວຄຳເຫັນທີ່ກອງປະຊຸມທາງອອນລາຍຂອງລັດຖະບານກັບບັນດາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ, ປີ 2020 ແມ່ນປີປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ເຖິງວ່າບໍ່ປະຕິບັດສຳເລັດບາງຄາດໝາຍທີ່ໄດ້ວາອອກນັບແຕ່ຕົ້ນປີຍ້ອນສາຍເຫດພາວະວິໄສ, ແຕ່ປີ 2020 ຍັງໄດ້ຮັບຖືວ່າແມ່ນປີບັນລຸຜົນສຳເລັດທີ່ສຸດໃນໄລຍະ 5 ປີຜ່ານມາ.

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ເນັ້ນໜັກວ່າ.

        “ມີບັນດາການເຄື່ອນໄຫວພົວພັນກັບຕ່າງປະເທດ, ໂດຍສະເພາະແມ່ນບັນດາກອງປະຊຸມ ແລະ ການເຮັດວຽກທາງອອນລາຍ ຫຼື ຢູ່ຫໍປະຊຸມຍັງໄດ້ຮັບການຜັນຂະຫຍາຍບັນລຸປະສິດທິຜົນ, ມີຄຸນນະພາບສູງ, ປະກອບສ່ວນປະຕິບັດສຳເລັດບົດບາດຂອງຫວຽດນາມ ໃນປີເປັນປະທານ ອາຊຽນ, ປະທານ AIPA ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ. ໃນປີ 2020 ຫວຽດນາມ ໄດ້ປະຕິບັດສຳເລັດການເຈລະຈາ, ລົງນາມໃນສັນຍາສຳຄັນ 2 ສະບັບ, ນັ້ນແມ່ນ: ສັນຍາການຄ້າເສລີກັບສະຫະພາບເອລົບ (EVFTA) ແລະ ສັນຍາຄູ່ຮ່ວມມືຮອບດ້ານ (RCEP). ມີເຫດການໜຶ່ງລະອຽດທີ່ມີຄວາມໝາຍຫຼາຍຢ່າງນັ້ນແມ່ນ, ວັນທີ 27 ທັນວາ, ເປັນຄັ້ງທຳອິດໂລກສະເຫຼີມສະຫຼອງ “ວັນໂລກກຽມພ້ອມການປ້ອງກັນ, ຕ້ານໂລກລະບາດ” ຕາມມະຕິເຊິ່ງສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບຮອງເອົາໂດຍໄວໃນວັນທີ 07 ທັນວາ 2020 ຕາມການສະເໜີຂອງຫວຽດນາມ, ເຊິ່ງໄດ້ຮັບການສະໜັບສະໜູນເຂົ້າຮ່ວມຈາກຫຼາຍປະເທດຮ່ວມລິເລີ່ມ”

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຍົກອອກ 3 ຂອດບຸກທະລຸຍຸດທະສາດນັ້ນແມ່ນ: ສ້າງລະບອບການພັດທະນາຢ່າງຄົບຊຸດ ໃຫ້ສົມບູນແບບ; ພັດທະນາແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ສ້າງລະລົບພື້ນຖານໂຄງລ່າງຢ່າງຄົບຊຸດ.

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ປາດຖະໜາວ່າ, ລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນຕ່າງໆ ຈະພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ສືບຕໍ່ປະຕິບັດເປົ້າໝາຍ, ໜ້າທີ່ທີ່ໄດ້ວາງອອກໃຫ້ປີ 2021 ແລະ ທັງອາຍຸການຊຸດທີ 12 ຂອງພັກກອມມູນິດຫວຽດນາມ ຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ