ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມໄປຖະຫວາຍທູບທຽນອາໄລຫາອະດີດເລຂາທິການໃຫຍ່ເລຢວ໋ນ,ເຈື່ອງຈີງ

(VOVWORLD) -ເນື່ອງໃນໂອກາດບຸນເຕັດປີກຸນ 2019 ແລະ ສະເຫລີມສະຫລອງ 89 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄືວັນທີ 2 ກຸມພາ, ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໄປຖະຫວາຍທູບທຽນອາໄລຫາອະດີດເລຂາທິການໃຫຍ່ເລຢວ໋ນ,ເຈື່ອງຈີງ ຢູ່ເຮືອນສ່ວນຕົວ.

ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມໄປຖະຫວາຍທູບທຽນອາໄລຫາອະດີດເລຂາທິການໃຫຍ່ເລຢວ໋ນ,ເຈື່ອງຈີງ  - ảnh 1 ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໃຕ້ທູບອາໄລຫາ ທ່ານ ເລຢວ໋ນ

ພາບ:vietnam+

ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ທ່ານເລຢວ໋ນ, ທ່ານ ເຈື່ອງຈີງ ທີ່ໄດ້ອຸທິດສ່ວນຫລາຍຢ່າງເພື່ອເອກະລາດ ເສລີພາບຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ. ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ປາດຖະຫນາຢາກໃຫ້ຍາດຕິພີ່ນ້ອງຄອບຄົວທ່ານເລຢວ໋ນ, ທ່ານ ເຈື່ອງຈີງ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ມານະພະຍາຍາມສູ້ຊົນບັນລຸຜົນງານຫລາຍຢ່າງໃນວຽກງານ, ຕັ້ງຫນ້າປະກອບສ່ວນສ້າງສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ