ທ່ານເລຂາທິການໃຫຍ່ພັກກອມູນິດຫວຽດນາມເຈີນຟູ້ ກັບການປະຕິວັດຫວຽດນາມ

ທ່ານເລຂາທິການໃຫຍ່ພັກກອມູນິດຫວຽດນາມເຈີນຟູ້ ກັບການປະຕິວັດຫວຽດນາມ - ảnh 1
ທ່ານເລຂາທິການ​ໃຫຍ່​ພັກ​ກອມູນິດ​ຫວຽດນາມ ​ເຈີ​ນຟູ້ ຊຶ່ງ​ແມ່ນເລຂາທິການ​ໃຫຍ່ຄົນ​ທຳ​ອິດ​ຂອງ​ພັກ​ກອມູນິດ​ຫວຽດນາມ

(vovworld)- ທ່ານເລຂາທິການ​ໃຫຍ່​ພັກ​ກອມູນິດ​ຫວຽດນາມ ​ເຈີ​ນຟູ້ ກັບ​ການ​ປະຕິວັດ​ຫວຽດນາມ. ນີ້​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ທີ່​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 26/4 ຢູ່​ນະຄອນ ຕີ​ຮ່ວາ ​ແຂວງ ຟູ້ອຽນ ​ເນື່ອງ​ໃນ​ໂອກາດ​ລະນຶກ 110 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ ທ່ານເລຂາທິການ​ໃຫຍ່​ພັກ​ກອມູນິດ​ຫວຽດນາມ ​ເຈີ​ນຟູ້ ຊຶ່ງ​ແມ່ນເລຂາທິການ​ໃຫຍ່ຄົນ​ທຳ​ອິດ​ຂອງ​ພັກ​ກອມູນິດ​ຫວຽດນາມ.  (1/5/1904 – 1/5/2014) . ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​, ທ່ານ ດິງ​ເທ້ຮີ​ງ ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ ຊີ້​ແຈ້ງວ່າ :  

“ ​ແບບຢ່າງ​ທີ່​ໃສ​ແຈ້ງ​ຂອງທ່ານ​ເລຂາທິການ​ໃຫຍ່ ​ເຈີ​ຍຟູ້ ຈະ​ຍືນ​ຍົງ​ຄົງ​ຕົວ​ໃນ​ຈິດ​ໃຈ​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ຊາວ​ຫວຽດນາມ​ລຸ່ນຕ່າງໆ. ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາ​ທົບ​ທວນຄືນ​ມູນ​ເຊື້ອ​ລະດົມ​ກຳລັງ​ໃຈພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ທຸກ​ຊັ້ນ​ຄົນ​ຕັ້ງໜ້າ​ຮ່ຳຮຽນ, ​ເຮັດ​ຕາມ​ແບບຢ່າງ​ຄຸນສົມ​ບັດ​ປະທານ​ໂຮ່ຈິ​ມິນ, ເລຂາທິການ​ໃຫຍ່ ​ເຈີ​ຍຟູ້ ​ແລະ ບັນດາ​ນັກຮົບ​ກອມ​ມູນິດ​ລຸ່ນກ່ອນ, ຜ່ານ​ນັ້ນ ກໍ​ສຶກສາ​ອົບຮົມ​ມູນ​ເຊື້ອ​ຮັກ​ຊາດ, ມູນ​ເຊື້ອ​ປະຕິວັດ​ໃຫ້​ແກ່ ປະຊາຊົນ​ທຸກ​ຊັ້ນ​ຄົນ, ​ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ​ປະຈຸ​ບັນ ”

ຂ່າວ/ບົດ​ອື່ນ