ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງຢ້ຽມຢາມ ແລະເຮັດວຽກຢູ່ນະຄອນ ດານັ້ງ

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງຢ້ຽມຢາມ ແລະເຮັດວຽກຢູ່ນະຄອນ ດານັ້ງ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ດາ​ນັ້ງ

(vovworld)- ວັນ​ທີ 18/3, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ດາ​ນັ້ງ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ການ​ກໍ່ສ້າງ​ພັກ​ພາຍຫຼັງ 3 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ​ແລະ ມະຕິ​ອົງຄະ​ນະ​ພັກ​ນະຄອນ​ຄັ້ງ​ທີ 20. ກ່າວ​ຄຳ​ເຫັນ​ກັບ​ຄະນະ​ປະຈຳ​ພັກ​ນະຄອນ ​ແລະ ພະນັກງານ​ຫຼັກ​ແຫຼ່ງຂອງ​ນະຄອນ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ຢືນຢັນ​ວ່າ ​ເພື່ອ​ພັດທະນາ​ໃຫ້​ດີ​ຍິ່ງ​ຂຶ້ນ​ອີກ, ນະຄອນ ດາ​ນັ້ງ ຄວນ​ສືບ​ຕໍ່​ຂະຫຍັນ​ຂັ່ນ​ເຄື​ອ່ນ, ມີ​ຫົວຄິດ​ປະດິດ​ສ້າງ; ​ເປັນ​ເຈົ້າ​ການ​ນຳ​ສະ​ເໜີ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ທີ່​ສອດຄ່ອງ; ຕີ​ລາຄາ, ຂຸດ​ຄົ້ນ​ບັນດາ​​ແຫຼ່ງກຳລັງ​ສັງ​ລວມຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ຮັບ​ໃຊ້​ການ​ພັດທະນາ ​ແລະ ຕອບ​ສະໜອງ​ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ. ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ກ່າວ​ວ່າ :

   “ນະຄອນ ດາ​ນັ້ງຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ. ​ແຫຼ່ງກຳລັງ​ຈາກ​ທີ່​ຕັ້ງ​ພູມິ​ປະ​ເທດ​ເພື່ອ​ພັດທະ​ນາການທ່ອງທ່ຽວ, ທ່າ​ກຳ​ປັ່ນ, ຊຸ່ມທາງ​ຄົມມະ​ນາ​ຄົມ, ສູນ​ການ​ໂທລະ​ຄົມ, ຊັບພະຍາກອນ​ທີ່​ມີ​ຄຸນ​ນະພາ​ບສູງ, ​ເຕັກ​ໂນ​ໂລ​ຢີສູງ, ​ເຄື່ອງໝາຍ​ການ​ຄ້າ ດາ​ນັ້ງ ກໍ​ແມ່ນ​ແຫຼ່ງກຳລັງ. ມູນ​ເຊື້ອ​ປະຕິວັດ ກໍ​ແມ່ນ​ແຫຼ່ງກຳລັງ​ທາງ​ດ້ານ​ຈິດ​ໃຈ​ຢ່າງ​ໃຍ່ຫຼວງ. ສິ່ງ​ທີ່​ສຳຄັນ​ແມ່ນ​ຈະ​ຊອກ​ຫາ​ຈຸດ​ທີ່​ເຂັ້ມ​ແຂວງ​ຂອງ​ນະຄອນ​ເພື່ອ​ເສີມ​ຂະຫຍາຍ​ແຫຼ່ງກຳລັງ​ນັ້ນ ​ແລະ ຕັດສິນ​ໃຈ​ເຮັດ​ສິ່ງ​ນັ້ນ​ຫຼື​ບໍ່ ” 

ຂ່າວ/ບົດ​ອື່ນ