ທ່ານເລຂາທິການໃຫຍ່ພົບປະກັບຜູ້ແທນຊົນເຜົ່າສ່ວນໜ້ອຍທີ່ດີເດັ່ນ

(VOVWORLD) - ປະຊາຊົນຊົນເຜົ່າສ່ວນໜ້ອຍສ່ວນຫລາຍແມ່ນດຳລົງຊີວິດຢູ່ເຂດຫ່າງໄກສອກຫລີກ, ເຂດຖານທີ່ໝັ້ນປະຕິວັດ, ເຂດຕໍ່ສູ້ດຸເດືອດໃນເມື່ອກ່ອນ, ມີຄຸນງາມຄວາມດີຫລາຍຢ່າງ ປະກອບສ່ວນເຂົ້າໃນພາລະກິດປົດປ່ອຍປະເທດຊາດ.

ນັ້ນແມ່ນຄຳຢືນຢັນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໃນຕອນບ່າຍວັນທີ 18 ທັນວາ ຢູ່ຮ່າໂນ້ຍ, ທີ່ການພົບປະຜູ້ແທນທີ່ເຂົ້າຮ່ວມ “ພິທີຍ້ອງຍໍຜູ້ທີ່ມີອິດທິພົນຊື່ສຽງ, ຜູ້ຊົງຄຸນວຸດທິ, ນັກທຸລະກິດ, ຊົນເຜົ່າສ່ວນໜ້ອຍທີ່ດີເດັ່ນທົ່ວປະເທດປີ 2017”.

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງບັນດາບາດກ້າວພັດທະນາໃນທຸກຂົງເຂດເສດຖະກິດ, ສັງຄົມຂອງເຂດຊົນເຜົ່າສ່ວນໜ້ອຍໃນທົ່ວປະເທດໄລຍະຜ່ານມາ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຮຽກຮ້ອງ ປັດຈຸບັນນີ້ ໃນພາລະກິດປ່ຽນແປງໃໝ່, ປະຊາຊົນຊົນເຜົ່າສ່ວນໜ້ອຍຄວນສືບຕໍ່ເສີມຂະຫຍາຍມູນເຊື້ອອັນລ້ຳຄ່າ, ສາມັກຄີ, ຊ່ວຍເຫຼືອກັນໃນການເຮັດເສດຖະກິດ, ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັດ, ລັດເປັນຢ່າງດີ.

        “ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍ່ຕາມ, ແຕ່ເມື່ອທຽບໃສ່ກ່ອນນີ້, ເຂດຊົນເຜົ່າສ່ວນໜ້ອຍ, ໄດ້ມີການປ່ຽນແປງຢ່າງໃຫຍ່ຫລວງ. ໄດ້ຮັບຜົນສຳເລັດຄືດັ່ງກ່າວ ແມ່ນຍ້ອນມີການຊີ້ນຳນຳພາ, ແນວທາງຖືກຕ້ອງຂອງພັກ, ລັດ, ລັດຖະບານ, ແຕ່ມີການປະກອບສ່ວນຂອງຊົນເຜົ່າສ່ວນໜ້ອຍແມ່ນຕົ້ນຕໍ, ໃນນັ້ນ ມີບັນດາຜູ້ແທຍເຂົ້າຮ່ວມການພົບປະໃນມື້ນີ້ ”.

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າ ດ້ວຍອິດທິພົນຊື່ສຽງ, ລະດັບຄວາມຮູ້ຂອງຕົນ ບັນດາຜູ້ແທນຈະສືບຕໍ່ມີການປະກອບສ່ວນໃຫຍ່ຫລວງກ່ວາອີກ ເຂົ້າໃນພາລະກິດສ້າງສາບ້ານເກີດເມືອງນອນ, ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ