ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ

(VOVWORLD) -ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ່ຍວັນເກື່ອງ ໄດ້ແບ່ງປັນບົດຮຽນປະສົບການໃນການຈັດຕັ້ງກອງປະຊຸມຂອງສະພາແຫ່ງຊາດຫວຽດນາມ ແລະ ວຽກງານເສນາທິການ ແລະ ການຮັບໃຊ້ ຂອງຫ້ອງວ່າການສະພາແຫ່ງຊາດ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງກອງປະຊຸມໃຫ້ສຳເລັດຜົນ
ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ - ảnh 1ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື້ອງ ແລະ ທ່ານນາງເລຂາທິການໃຫຍ່ສະພາແຫ່ງຊາດລາວ ປິ່ງຄຳ ລາຊາສີມາ

ຕອນຍ່າຍ ວັນທີ 16 ພຶດສະພາ, ໃນຂອບເຂດການຢ້ຽມຢາມຢ່າງເປັນທາງການລາວ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ທີ່ຫໍສະພາແຫ່ງຊາດລາວ ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື້ອງ ໄດ້ມີການພົບປະເຈລະຈາກັບ ທ່ານນາງເລຂາທິການໃຫຍ່ສະພາແຫ່ງຊາດລາວ ປິ່ງຄຳ ລາຊາສີມາ. ໃນການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດຜັນຂະຫຍາຍບັນດາເນື້ອໃນຂອງສັນຍາຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ແລະ ສັນຍາຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດ ແລະ ຄະນະເລຂາທິການສະພາແຫ່ງຊາດ ລາວ ທີ່ໄດ້ລົງນາມ ເນື່ອງໃນໂອກາດການຢ້ຽມຢາມສະພາແຫ່ງຊາດລາວ ຢ່າງເປັນທາງການ ຂອງ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ. ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ່ຍວັນເກື່ອງ ໄດ້ແບ່ງປັນບົດຮຽນປະສົບການໃນການຈັດຕັ້ງກອງປະຊຸມຂອງສະພາແຫ່ງຊາດຫວຽດນາມ ແລະ ວຽກງານເສນາທິການ ແລະ ການຮັບໃຊ້ ຂອງຫ້ອງວ່າການສະພາແຫ່ງຊາດ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງກອງປະຊຸມໃຫ້ສຳເລັດຜົນ; ນັບແຕ່ການກະກຽມທາງດ້ານເນື້ອໃນ, ຮ່າງໂຄງການດຳເນີນງານ, ບັນດາເງື່ອນໄຂເພື່ອຮັບປະກັນພື້ນຖານດ້ານວັດຖຸ, ສາຍສົ່ງອິນເຕີເນັດ, ວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19, ຂໍ້ມູນຂ່າວສານ. .. ກ່ອນ, ໃນ ແລະ ພາຍຫຼັງ ກອງປະຊຸມ .

ຕອບກັບ

ຂ່າວ/ບົດ​ອື່ນ