ທ່ານເລຂາທິການໃຫຍ່ສະຫະປະຊາຂາດ Antonio Guterres ຮັບດຳລົງຕຳແໜ່ງອາຍຸການທີ 2

(VOVWORLD) -ທ່ານ Guterres ໃຫ້ຄຳໝັ້ນສັນຍາຈະສືບຕໍ່ມານະພະຍາຍາມໃນຄວາມສາມາດ ເພື່ອປະກອນສ່ວນສ້າງບາດກ້າວບຸກທະລຸ ແລະ ຕັ້ງໜ້າໃຫ້ແກ່ວຽກງານຂອງສະຫະປະຊາຊາດ
ທ່ານເລຂາທິການໃຫຍ່ສະຫະປະຊາຂາດ Antonio Guterres ຮັບດຳລົງຕຳແໜ່ງອາຍຸການທີ 2 - ảnh 1ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ
(ພາບ: TTXVN)

ວັນທີ 18 ມິຖຸນາ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ແຕ່ງຕັ້ງທ່ານ Antonio Guterres ເປັນເລຂາທິການໃຫຍ່ສະຫະປະຊາຊາດອາຍຸການ 5 ປີເລີ່ມແຕ່ວັນທີ 01 ມັງກອນ 2022 ຫາວັນທີ 31 ມັງກອນ 2026. ນີ້ແມ່ນອາຍຸການທີ 2 ຢ່າງລ້ຽນຕິດທີ່ທ່ານ Antonio Guterres ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ສະຫະປະຊາຊາດ. ກ່າວຄຳເຫັນສາບານຕົວຮັບດຳລົງຕຳແໜ່ງ, ທ່ານ Guterres ໃຫ້ຄຳໝັ້ນສັນຍາຈະສືບຕໍ່ມານະພະຍາຍາມໃນຄວາມສາມາດ ເພື່ອປະກອນສ່ວນສ້າງບາດກ້າວບຸກທະລຸ ແລະ ຕັ້ງໜ້າໃຫ້ແກ່ວຽກງານຂອງສະຫະປະຊາຊາດ, ໃນນັ້ນ, ໃຫ້ບຸລິມະສິດຊຸກຍູ້ການຍົກສູງປະສິດທິຜົນການເຄື່ອນໄຫວຂອງອົງການນີ້ ໃນສະພາບໂລກລະບາດເກີດໂຄວິດ-19, ມານະພະຍາຍາມເພື່ອພ້ອມກັນແກ້ໄຂບັນດາບັນຫາລວມຂອງສະຫະປະຊາຊາດກ່ຽວກັບການພັດທະນາ, ຄຸ້ມຄອງ, ກໍ່ຄືສັນຕິພາບ ແລະ ຄວາມໝັ້ນຄົງ. ທ່ານກໍ່ເນັ້ນໜັກວ່າ ຄວນສືບຕໍ່ຮັກສາລັກສະນະປະສິດທິຜົນຂອງກົດບັດສະຫະປະຊາຊາດ, ເພີ່ມທະວີບົດບາດຂອງລັດທິຫຼາຍຝ່າຍ ແລະ ປະຕິບັດຖະແຫຼງການໂລກກ່ຽວກັບສິດທິມະນຸດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ