ທ່ານເລຂາທິການໃຫຍ່ສະຫະປະຊາຊາດ: ການເຄື່ອນໄຫວຄ້າຂາຍ ມະນຸດແມ່ນບໍ່ມີມະນຸດສະທຳ

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ: ການເຄື່ອນໄຫວຄ້າຂາຍ ມະນຸດແມ່ນບໍ່ມີມະນຸດສະທຳ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ສປຊ Ban Ki-moon
(ພາບອິນເຕີແນດ)


(vovworld)​ ​- ວັນ​ທີ 3/11, ທ່ານ​ເລຂາທິການ​ໃຫຍ່​ສປຊ Ban Ki-moon ​ໄດ້​ກ່າວປະນາມການ​ເຄື​່ອນ​ໄຫວ​​ຄ້າ​ຂາຍມະນຸດຢ່າງ​ແຮງ​ ພວມ​ມີ​ທ່າເພ​ີ່ມຂຶ້ນ​ໃນ​ທົ່ວ​ໂລກ. ທ່ານ Ban Ki-moon ​ເນັ້ນ​ໜັກ​ວ່າ: ການ​ເຄື່ອນ​ໄຫວ​ຜິດ​ກົດໝາຍ​ນີ້​ແມ່ນບໍ່​ມີ​ມະນຸດສະທຳທີສຸດ, ລະ​ເມີດສິດທິ​ມະນຸດ ​ແລະ ຕ້ອງ​ຖືກ​ລົງ​ໂທດ​​ຕາມ​ກົດໝາຍ. ທ່ານ Ban Ki-moon ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ, ບັນດາກຸ່ມ​ຊຸມ​ຊົນ, ບັນດາ​ອົງການ​ການ​ເມືອງ, ສັງຄົມ ​ແລະ ປະຊາຊົນທຸກ​ຊັ້ນ​ວັນນະ ພ້ອມ​ກັນ​ອອກສຽງຄັດຄ້ານ​ການ​ເຄື່ອນ​ໄຫວ​​ຄ້າຂາຍ​ມະນຸດ ແລະ ຊອກ​ຫາ​ບັນດາ​ມາດ​ຕະການ​ເພື່ອ​ສະກັດ​ກັ້ນ​​ໂດຍ​ໄວ. ທ່ານ​ເລຂາທິການ​ໃຫຍ່ ສປຊ ​ເນັ້ນ​ໜັກ​ວ່າ: ​ໃນ​​ພື້ນຖານອະ​ລິຍະ​ທຳຂອງ​ມະນຸດຊາດ​ຄື​ປະຈຸ​ບັນ, ປະຊາ​ຄົມ​​ໂລກ​ຕ້ອງ​ຊ່ວຍ​ເຫຼືອ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຂອງ​​ຄ້າ​ຂາຍມະນຸດຢ່າງ​ຕັ້ງໜ້າ. ທ່ານ​ເລຂາທິການ​ໃຫຍ່ ສປຊ ຮຽກຮ້ອງ​ໃຫ້​ທຸກ​ຄົນ​ພ້ອມ​ກັນ​ກ່າວ​ຄັດຄ້ານ, ສົ່ງ​ສັນຍາທີ່​ຈະ​ແຈ້ງວ່າ​ມະນຸດ​ບໍ່​ຂຶ້ນ​ກັບກຳມະສິດ​ຂອງ​ສະ​ເພາະ​ຜູ້​ໃດ ​ແລະ ບໍ່​ມີ​ໃຜ​ມີ​ສິດ​ຖື​ແມ່ຍິງ, ​ເດັກນ້ອຍ​ແມ່ນ​ສິນຄ້າ.

ຂ່າວ/ບົດ​ອື່ນ