ທ່ານເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງຈັດກອງປະຊຸມສຸດຍອດກ່ຽວກັບປ່າ Amazon

(VOVWORLD) -ທ່ານ Guterres ເນັ້ນໜັກວ່າ “ສະພາບການຢູ່ປ່າ Amazon ໃນປະຈຸບັນແມ່ນຮ້າຍແຮງທີ່ສຸດ”

ທ່ານເລຂາທິການໃຫຍ່ສະຫະປະຊາຊາດຮຽກຮ້ອງຈັດກອງປະຊຸມສຸດຍອດກ່ຽວກັບປ່າ Amazon - ảnh 1 ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres

(ພາບ: AFP/TTXVN)

ວັນທີ 29 ສິງຫາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ສະແດງຄວາມຫວັງຢາກໃຫ້ຈັດກອງປະຊຸມສຸດຍອດກ່ຽວກັບສະພາບການປະຈຸບັນຂອງປ່າ Amazon, ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນລະຫວ່າງວັນທີ 20 – 29 ກັນຍາ ຈະມາເຖິງ. ໃນຖະແຫຼງການຢ່າງເປັນທາງການ, ທ່ານ Guterres ເນັ້ນໜັກວ່າ “ສະພາບການຢູ່ປ່າ Amazon ໃນປະຈຸບັນແມ່ນຮ້າຍແຮງທີ່ສຸດ”, ພ້ອມທັງສະແດງຄວາມຫວັງວ່າ “ປະຊາຄົມສາກົນຈະຂົນຂວາຍຢ່າງແຮງ ເພື່ອໜູນຊ່ວຍບັນດາປະເທດໃນພາກພື້ນ Amazon ດັບມອດໄຟໄໝ້ໃຫ້ໄວທີ່ສຸດ ແລະ ດ້ວຍພາຫະນະທຸກຢ່າງທີ່ສາມາດນຳໃຊ້ໄດ້ ແລະ ຫຼັງຈາກນັ້ນແມ່ນມີນະໂຍບາຍປູກປ່າຢ່າງຮອບດ້ານ”.

        ກ່ອນໜ້ານັ້ນ 1 ວັນ, ສະຖາບັນຄົ້ນຄວ້າອາວະກາດແຫ່ງຊາດ ບຣາຊິນ ໄດ້ແຈ້ງວ່າ, ຢູ່ເຂດປ່າ Amazon ພວມເກີດໄຟໄໝ່ຢູ່ 1.040 ບ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ