ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ສິ້ນສຸດການຢ້ຽມຢາມອັງກິດ ແລະ ໄອແລນເໜືອ

ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງ ສິ້ນສຸດການຢ້ຽມຢາມອັງກິດ ແລະ ໄອແລນເໜືອ - ảnh 1
ທ່ານ ​ເລຂາທິການ​​ໃຫຍ່ ຫງວຽນ​ຟູ໋ຈ້ອງ ແລະ ທ່ານ​ນາຍົກລັດຖະມົນຕີ David Cameron
(ພາບ: Trí Dũng/ ສຳນັກຂ່າວສານ ຫວຽດນາມ)

(vovworld) -ຕອນ​ບ່າຍ​ວັນ​ທີ 24/1, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ​ ຫງວຽນ​ຟູ້ຈ້ອງ ​ໄດ້​ມາ​ຮອດ​ຮ່າ​ໂນ້ຍ, ສິ້ນສຸດການຢ້ຽມຢາມ ສະຫະພັນລາຊະອານາຈັກອັງກິດ ແລະ ​ໄອແລນເໜືອ ຕາມຄຳເຊີນຂອງ ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron . ກ່ອນ​ທີ່​ເດີນທາງ​ອອກ​ຈາກ​ອັງກິດ, ຕອນ​ບ່າຍວັນ​ທີ 23/1, ຢູ່​ວັງ Clarence, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ​ ຫງວຽນ​ຟູ້ຈ້ອງ ​ໄດ້​ມີ​ການ​ພົບ​ປະ​ກັບ​ອົງ​ມົງກຸດ​ລາຊະ​ກຸມມານ​ອັງກິດ Charles . ທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ​ ຫງວຽນ​ຟູ້ຈ້ອງ ​ໄດ້​ຕີ​ລາຄາ​ສູງ​ນ້ຳ​ໃຈ​ຂອງ​ລາດ​ຊະ​ວົງ​ອັງກິດ​ທີ່​ສະຫງວຽນ​ໃຫ້​ແກ່​ຫວຽດນາມ​ກໍ​ຄື​ບົດບາດ​ຂອງ​ລາດ​ຊະ​ວົງ​ອັງກິດ​ໃນ​ການ​ຊຸກຍູ້​ກາ​ນພົວພັນ​ລະ​ຫວ່າງ 2 ປະ​ເທດ. ສ່ວນ ອົງ​ມົງກຸດ​ລາຊະ​ກຸມມານ Charles ​ໄດ້​ສະ​ແດງ​ຄວາມ​ຫວັງ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ການ​ຜະລິດ​ກະ​ສີ​ກຳ, ຂຸດ​ຄົ້ນ​ສິນ​ໃນ​ນ້ຳ, ພັດທະນາ​ປ່າ​ໄມ້, ພ້ອມ​ທັງ​ເພີ່ມ​ທະວີ​ໃນ​ຂົງ​ເຂດ​ຮັກສາ​ສິ່ງ​ແວດ​ລ້ອມ, ປົກ​ປັກ​ຮັກສາ​ສັດປ່າ. ​ໃນ​ຂອບ​ເຂດການຢ້ຽມຢາມລາຊະອານາຈັກ ອັງກິດຂອງທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ​ ຫງວຽນ​ຟູ້ຈ້ອງ, ວັນ​ທີ 23/1, ທ່ານ​ຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ໄດ້​ມີ​ການ​ໂອ້​ລົມ​ສົນທະນາ​ກັບ​ບັນດາ ສ.ສ.ຊ, ​ແຂກ​ຖືກ​ເຊີນ​ຂອງ​ອັງກິດ​ກ່ຽວ​ກັບ​ສະພາບ​ການ​ຢູ່​ຫວຽດນາມ ​ແລະ ໝາກຜົນ​ກິດຈະການ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດນາມ.      
​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຂອງ​ທ່ານ ​ເລຂາທິການ​​ໃຫຍ່  ຫງວຽນ​ຟູ໋ຈ້ອງ ​, 2 ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ. ຖະ​ແຫຼ​ງການ​ຮ່ວມ​ຢັ້ງຢືນວ່າ 2 ຝ່າຍ​ເຫັນ​ດີ​ເປັ​ນ​ເອກະ​ພາບ​​​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ ຄື​ວິທີ​ປະຕິບັດ​ບັນດາ​ຄາດໝາຍ​ຂອງ​ແຜນການ​ເຄື່ອນ​ໄຫວ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ປີ 2013. 2 ຝ່າຍສົ່ງ​ເສີມ​ການ​ເພີ່ມ​ທະວີ​ແລກປ່ຽນ​ລະຫວ່າງ​ພັກ​ກອມ​ມູນິດ​ ຫວຽດນາມ ​ແລະ ບັນດາ​ພັກ​ການ​ເມືອ​ງຂອງ ອັງກິດ ກໍ່​ຄື​ລະຫວ່າງ​ບັນດາ​ອົງການ​ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ ​ແລະ ບັນດາ​ອົງການ​ລັດຖະບານ, ບັນດາ​ອົງການບັນດິດ​ ​ແລະ ນະ​ໂຍບາຍ​ຍຸດ​ທະ​ສາດ​ຂ​ອງ ອັງ​ກິດ. ພິ​ເສດ, 2 ຝ່າຍ​ໄດ້​ຊົມ​ເຊີຍ​ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ການ​ປ້ອງ​ກັນ, ຕ້ານ ການ​ສໍ້​ລາ​ດບັງ​ຫຼວງ, ຂົງ​ເຂດ​ເຊິ່ງ ອັງກິດ ​ແມ່ນ​ຄູ່​ຮ່ວມ​ມື​ອຸປະຖຳ​ອັນ​ດັບ​ໜຶ່ງ​ຢູ່​ ຫວຽດນາມ, ​ແລະ ​ໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ປະຕິບັດ​ແຜນ​ນະ​ໂຍບາຍ​ນີ້. 2 ຝ່າຍ ​ເນັ້ນ​ໜັກ​ວ່າ​ຈະ​ສະໜັບສະໜູນ​​ເລື​່ອງ​ໃຫ້​ສັດຕະຍາບັນ​ສັນ​ຍາ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - EU (PCA) ​ໂດຍ​ໄວ. 2 ຝ່າຍ​ສືບ​ຕໍ່​ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ສ້າງ​ພາກ​ພື້ນ​ອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ມິດຕະພາບ, ​ເນັ້ນ​ໜັກ​ຄວາມ​ຈຳ​ເປັນ​ຕ້ອງ​ຮັບປະກັນ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່ ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການ​ພິພາດ​ກັນ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດ​ໝາ​ຍສາກົນ, ​ເຊິ່ງລວມມີ​ບັນດາ​ເນື້ອ​ໃນ​​ທີ່ໄດ້​ລະ​ບູ​ໄວ້​ໃນ​ສົນ​ທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. 2 ຝ່າຍ ຢັ້ງຢືນ​ຄືນ​ໃໝ່ຄວາມ​ສຳຄັນ​ຂອງ​ຖະ​ແຫ່ງ​ການ​ກ່ຽວ​ກັບ​ການ​ປະພຶດ​ລະຫວ່າງ​ຝ່າຍ​ຕ່າງໆ (ຫຼື DOC) ​​ເຊິ່ງໄດ້​ລົງ​ນາມ​​ເມື່ອປີ 2002 ​ແລະ ຊົມ​ເຊີຍ​ບັນດາ​ບາດກ້າວ​ເພື່ອ​ແນ​ໃສ່​ສ້າງ​ສຳ​ເລັດ​ລະບຽບ​ການ​ກ່ຽວກັບ​ການ​ປະພຶດ​ລະຫວ່າງ​ຝ່າຍ​ຕ່າງໆ (ຫຼື COC) ​ໂດຍ​ໄວ, ສ້າງ​ກອບ​ກົດໝາຍ​ເພື່ອ​ຄຸ້ມ​ຄອງ ​ແລະ ດັດສົມ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເຊິ່ງລວມ​ມີ​ການ​ແກ້​ໄຂ​ການ​ພິພາດ​ກັນ ​ແລະ ສະກັດ​ກັ້ນ​ການ​ປະ​ທະ​ກັນ. 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ສູ້ຊົນ​ບັນລຸ​ຄາດໝາຍ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​​ໃຫ້ຂຶ້ນ​ເຖິງ 4 ຕື້ USD ​ແລະ ການ​ລົງທຶນ​ຂອງ ອັງກິດ ​ເຂົ້າ​ຫວຽດນາມ ຂຶ້ນ​ເຖິງ 3 ຕື້ USD ​ໃນ​ປີ 2013 ​ແລະ ​ເປັນ​ເອກະ​ພາບ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງ​ແຂງ​ແຮງ​ໃນ​ປະຈຸ​ບັນ, ສຸມ​ໃສ່​ເຂົ້າ​ໃນ​ບາງ​ຂົງ​ເຂດ​ຫຼັກ​ແຫຼ່ງຄື: ໜູນ​ຊ່ວຍ ຫວຽດນາມ ປະຕິບັດ​ສຳ​ເລັດ​ບັນດາ​ຄາດໝາຍ​ພັດທະນາ​ສະຫັດ​ສະ​ວັດ (ຫຼື MDGs), ​ແກ້​ໄຂ ​ແລະ ສະກັດ​ກັ້ນ​ການ​ກະທົບ​ບໍ່​ດີ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. 2 ຝ່າຍ​ມີ​ຄວາມ​ພາກ​ພູມ​ໃຈ​ຮັບ​ຮູ້​ການ​ເພີ່ມ​ພົວພັນ​ດ້ານ​ປ້ອງ​ກັນ​ຊາດ​ເພີ່ມ​​ລະຫວ່າງ 2 ປະ​ເທດ, ​ເຊິ່ງ​ສະ​ແດງ​ອອກ​ຜ່ານ​ແນວ​ຄິດ​ເປີດ​ຫ້ອງ​ການ​ທູດ​ການ​ທະຫານ ຫວຽດນາມ ປະຈຳ ລອນ​ດອນ ​ແລະ ການ​ຢ້ຽມຢາມ​ຫວຽດນາມ ​ຄັ້ງ​ທຳ​ອິດ​ຂອງ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດລາຊະ​ອານາ​ຈັກ ອັງກິດ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລາຊະ​ອານາ​ຈັກ ອັງກິດ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 23/1, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ວາງ​ພວງມາລາ​ອາ​ໄລ​ຫາ ປະ​ທານ ​ໂຮ່ຈີ​ມິນ ຢູ່​ບອ່ນທີ່​ເພີ່ນ​ເຄີຍ​ເຮັດ​ວຽກ​ໃນ​ວິວັດ​ການ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ. ​ແລະ ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິນ​ມິນ ມີ​ການ​ເຮັດ​ວຽກ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອັງກິດ Hugo Swire. ລັດຖະມົນຕີ​ກະຊວງ​ແຜນ​ການ ​- ​ລົງທຶນ ບຸ່ຍ​ກວາງ​ວິ​ງ ​ແລະ ລັດຖະມົນຕີ​ກະຊວງ​ພັດທະນາ​ສາກົນ Alan Duncan ​ໄດ້​​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​​ທຳ​ອິດ​ກ່ຽວ​ກັບ​ການ​ຕົກລົງ​ຮ່ວມ​ມື​ຄູ່ຮ່ວມ​ມືລະຫວ່າງ​ພາກລັດ - ​ພາກເອກະ​ຊົນ (ຫຼື PPP) ລະຫວ່າງ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ