ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ເປັນ​ປະທານ​ກອງ​ປະຊຸມ​
ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ,ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ)

(vovworld)- ​ ຕອນ​ເຊົ້າວັນ​ທີ 28/12 ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 9 ຂອງຄະນະ​ຊີ້​ນຳ​ສູນ​ກາງ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ ​ເປັນ​ປະທານ​ກອງ​ປະຊຸມ.

    ຕີ​ລາຄາ​ສະພາບ​ການ, ໝາກຜົນ​ວຽກ​ງານການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ປີ 2015, ບັນດາ​ສະມາຊິກ​ ​​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ການ​ຄົ້ນພົບ​, ປັບ​ໃໝ​ບັນດາ​ຄະດີ​ການສໍ້​ລາດ​ບັງ​ຫຼວງ​ ​ແມ່ນມີ​ ​ການ​ຫັນປ່ຽນ​ຫຼາຍຢ່າງ​ຕັ້ງໜ້າ​ກວ່າ. ມີ​ຫຼາຍ​ຄະດີ​ໃນ​ການ​ສໍ້​ລາດ​ບັງ​ຫຼວງ, ​​ໃນ​ນັ້ນ ຄະດີ​ກ່ຽວ​ກັບເສດຖະກິດ​​ແມ່ນຮ້າຍ​ແຮງ, ສັບສົນ ​ໄດ້​ຮັບ​ການ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​​ການ​ສືບສວນ​ສອບ​ສວນ, ຟ້ອງ​ສານ, ພິພາກສາ​ຢ່າງ​ເຂັ້ມ​ງວດ.

    ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງປະ​ຊຸມ, ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ເໜີວ່າ: ​ໃນ​ວິວັດ​ການ​ຕີ​ລາ​ຄາ​ວຽກງານ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ປີ 2015 ​ແລະ ສະຫຼຸບການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ ຕ້ອງ​ຕິດ​ພັນ​ກັບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ. ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ເນັ້ນ​ຫນັກ​ບົດ​ບາດ​ສຳ​ຄັນ​ຂອງ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ໃນ​ວຽກ​ງານ​ຖະ​ແຫລງ​ຂ່າວ, ໂຄ​ສະ​ນາ​ເຜີຍ​ແຜ່. ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ເຫນີ: ບົນ​ພື້ນ​ຖານ​ບັນ​ລຸ​ບັນ​ດາ​ ໝາກ​ຜົນ​ຕັ້ງ​ຫນ້າ, ໄລ​ຍະ​ຈະ​ມາ​ເຖິງ ຄວນ​ສືບ​ຕໍ່​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຮູບ​ການ​ສະ​ຫນອງ​ຂໍ້​ມູນ​ຂ່າວ​ສານ​ໃຫ​້​ເໝາະ​ສົມ​ເພື່ອ​ໃຫ້​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ປະ​ຊາ​ຊົນ​ເຂົ້າ​ໃຈ​ໝາກ​ຜົນ​ໃນ​ການ​ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ການ​ສໍ​້​ລາດ​ບັງ​ຫລວງກວ່າ​ອີກ. ກ່ຽວ​ກັບ​ຫນ້າ​ທີ່​ປີ 2016, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ​ອ້ງ ເນັ້ນ​ຫນັກ​ວ່າ:

        “ຕ້ອງ​ເອົາ​ໃຈ​ໃສ່ເຮັດ​ແນວ​ໃດ ພາ​ຍ​ຫລັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ວຽກ​ງານ​ປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຕ້ອງ​​ໄດ້​ຮັບ​ການຍູ້​ແຮງກວ່າ​ອີກ, ມີ​ບາດ​ກ້າວ​ແຮງກວ່າ,  ປະ​ສິດ​ທິ​ຜົນ​ກວ່າ. ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ແມ່ນ​ການ​ຕໍ່​ສູ້​ຢ່າງຍາວ​ນານ, ຫຍຸ້ງ​ຍາກ, ສັບ​ສົນ, ຕ້ອງ​ມີ​ຄ​ວາມ​ຮັບ​ຜິດ​ຊອບ​ເພື່ອ​ຕັດ​ສິນ​ໃຈ​ສູງກວ່າ.”

ຂ່າວ/ບົດ​ອື່ນ