ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ - ảnh 1
ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ
ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດລາວ

(vovworld) – ​ ​ໃນ​ຕອນ​ບ່າຍ​ວັນ​ທີ 30/3, ທ່ານ​ຫງວຽນ​ຟູ​ຈ້ອງ ​ເລຂາທິການ​​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດລາວ ​ໂດຍ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້, ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດລາວ ​ເປັນຫົວໜ້າ​ຄະນະ ທີ່​ພວມມີ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກົນ ຄັ້ງ​ທີ 132 (IPU-132). ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ​ຫວຽ​ດນາມ ​ແລະ ລາວ ​ໃນ​ໄລຍະ​ທີ່​ຜ່ານ​ມາ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ສະພາ​ແຫ່ງ​ຊາດ, ນັບ​ທັງ​ບັນດາ​ກຳມາ​ທິການຂອງ 2 ສະພາ​ແຫ່ງ​ຊາດ​ຈະ​ເພີ່ມ​ທະວີ​ການ​ສົມທົບ​, ຮ່ວມ​ມືນຳ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ, ພິ​ເສດ​ແມ່ນ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວ​ສານ, ​ແລກປ່ຽນ​ບົດຮຽນ​ໃນ​ຂົງ​ເຂດ​ນິຕິບັນຍັດ, ຕິດຕາມ​ກວດກາ ​ແລະ ຕັດສິນ​​ບັນດາ​ບັນ​ຫາ​​ໃຫຍ່​ຫຼວງ​ຂອງ​ປະ​ເທດຊາດ; ຊີ້​ນຳ, ກວດກາ, ຕິດຕາມ​ກວດກາປະຕິບັດ​ບັນດາ​ຂໍ້​ຕົກລົງ, ສັນ​ຍາທີ່​ໄດ້​ເຊັນລະຫວ່າງ 2 ພັກ, 2 ລັດ; ສົມທົບກັນ, ສະໜັບສະໜູນ ​ແລະ ຊ່ວຍ​ໜູນ​ເຊິ່ງກັນ​ແລະ​ກັ​ນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ, ພິ​ເສດ​​ແມ່ນຢູ່​ບັນດາ​ເວ​ທີ​ປາ​ໄສສະຫະພັນ​ລັດຖະສະພາ​ພາກ​ພື້ນ ​ແລະ ສາກົນ.       
    ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ(CPP) ໂດຍ​ທ່ານ​ນາງ Men Sam On,  ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ນຳ​ຫນ້າພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ: ສອງ​ປະ​ເທດ​ຄວນ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ທັນ​ການ, ຕັ້ງ​ຫນ້າ​ສົມ​ທົບ​ກັນ​ໂຄ​ສະ​ນາ​ການ​ສຶກ​ສາ​ໃນ​ປະ​ຊາ​ຊົນ​ສອງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ລຸ້ນ​ຫນຸ່ມ​ກ່ຽວ​ກັບ​ການ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຢືນ​ຢັນ ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ ແລະ ບຸ​ລິ​ມະ​ສິດ​ຕົ້ນ​ຕໍ​ໃຫ້​ແກ່​ການ​ປັບ​ປຸງ ແລະ​ເພີ່ມ​ທະ​ວີ​ການ​ພົ​ວ​ພັນ​ສາ​ມັກ​ຄີ​ມິ​ດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ກັບ CPP ແລະ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ.

       ຕອ​ນ​ບ່າຍ​ວັນ​ດຽວ​ກັນ, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ຕ້ອນ​ຮັບ​ທ່ານ​ນາງ Sumitra Mahajan, ປະ​ທານ​ສະ​ພາ​ຕ່ຳ ອິນ​ເດຍ ພວມ​ຢ້ຽມ​ຢາມ​ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນ​ຢັນ: ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອິນ​ເດຍ ເປັນ​ສຳ​ຄັນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສະ​ເຫນີ​ໃຫ້​ສອງ​ຝ່າຍ ຄວນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ, ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ໄດ້​ລົງ​ນາມ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ຢ່າງ​ດີ, ພ້ອມ​ທັງ​ຊຸກ​ຍູ້​ການ​ສ້າງ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ການ​ພົວ​ພັນ, ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ