ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບປະທານສະພາແຫ່ງຊາດຝລັ່ງ

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບປະທານສະພາແຫ່ງຊາດຝລັ່ງ - ảnh 1
(ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບ
ປະທານສະພາແຫ່ງຊາດຝລັ່ງ)


(vovworld) - ​​​ຕອນ​ບ່າຍ​ວັນ​ທີ 20/03, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຝ​ລັ່ງ Claude Bartolone ທີ່ພ​ວມ​ຢ້ຽມ​ຢາມ​ຫວຽ​ດ​ນາມ ຢ່າງ​ເປັນ​ທາງ​ການ. ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ສະ​ເໜ​ີ​ໃຫ້​ສະ​ພາ​ແຫ່ງ​ຊາດ​ຝ​ລັ່ງ ສືບ​ຕໍ່​ສະ​ໜັບ​ສະ​ໜູນ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ ເພື່ອ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ກ​ໍ​ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ສູງ​ຝ​ລັ່ງ ເ​ອົາ​ໃຈ​ໃສ່​ຊຸກ​ຍູ້ ແລະ ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພາບ​ເອີ​ລົບ (EU), ຊົມ​ເຊີຍ​ເລື່ອງ​ສະ​ພາ​ແຫ່ງ​ຊາດຝ​ລັ່ງ​ຫ​າກ​ໍໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ຄູ່​​ຮ່ວມ​ມື ແລະ ຮ່ວມ​ມື​ຮອ​ບ​ດ້ານ (PCA) ແລະ ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ ແລະ EU. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໄ​ດ້​ຮັບ​ຮູ້​​ທັດ​ສະ​ນະ​ທີ່​ຕັ້ງ​ໜ້າ​ຂອງວົງ​ການ​ນັກ​ການ​ເມືອງ ແລະ ຫາງ​ສຽງ​ຝ​ລັ່ງ​ ສຳ​ລັບ​ສະ​ພາບ​ການຢ​ູ່​ພ​າກ​ພື້ນ, ສະ​ໜັບ​ສະ​ໜູນ​ຫຼັກ​ໝັ້ນ​ຂອງ​ຫວຽດ​ນາມ ​ໃນ​ການແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​​ກັນຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ຄື​ໃນ​ໂລກໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍສາ​ກົນ.

        ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Claude Bartolone ຢືນ​ຢັນ​ວ່າ, ຝ​ລັ່ງ ຖືຫວຽດ​ນາມ ແມ່ນ​ຄ່​ູ​ຮ່ວມ​ມື​ສຳ​ຄັນ​ໃນ​ພາກ​ພື້ນ, ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວ​ີ​ການ​ພົວ​ພັນ​ກັບ​ຫວຽດ​ນາມ ແລະ ຢືນ​ຢັນ​ວ່​າ ຈະ​ສືບ​ຕໍ່​ຊຸ​ກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ, ເພື່ອ​ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ຝ​ລັ່ງ ​ໃຫ້ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຮງກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ, ເພ​ື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້​ນ ແລະ ໃນ​ໂລກ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຝ​ລັ່ງ ສະ​ແດງ​ໃຫ້​ເຫັນ​​ການ​ສະ​ໜັບ​ສະ​ໜູນ​ຕໍ່ທັດ​ສະ​ນະ​​ຂອງ​ຫວຽດ​ນາມ ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ, ຄວາມບໍ່​ລົງ​ລອຍ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໂດຍ​ສັນ​ຕິ​ວິ​ທີ, ອີງ​ໃສ່​ບັນ​ດາ​ຫຼັກ​ການ​ຂອງ​ກົດ​ໝາຍ​ສາ​ກົນ, ໂດຍ​ສະ​ເພາະ​ແມ່ນ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS) ແລະ ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ