ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານາທິບໍດີຝລັ່ງ Francois Hollande


ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບປະທານາທິບໍດີຝລັ່ງ Francois Hollande - ảnh 1
(ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ
ຕ້ອນຮັບປະທານາທິບໍດີຝລັ່ງ Francois Hollande)


(vovworld)- ຕອນ​ບ່າຍ​ວັນ​ທີ 6/9, ເມື່ອ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ເນື່ອງ​ໃນ​ໂອ​ກາດ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ຢືນ​ຢັນ: ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນບົດ​ບາດ, ທີ່​ຕັ້ງ ແລະ ຍາມ​ໃດ​ກໍ​ໃຫ້​ບຸ​ລິ​ມະ​ສິດ​ສູງ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ຝ​ລັ່ງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ເຫນີ ສອງ​ຝ່າຍ ສືບ​ຕໍ່​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຝ​ລັ່ງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ເຫນີ ສອງ​ຝ່າຍ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫລາຍ​ດ້ານ, ການ​ພົບ​ປະ, ແລກ​ປ່ຽນ​ບົດ​ຮຽນ, ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ​ກໍ​ຄື ຮັກ​ສາ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ.

ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ເຫັນ​ດີ ສອງ​ຝ່າຍ​ສືບ​ຕໍ່​ຍູ​້​ແຮງ​ການ​ພົວ​ພັນ​ດ້ານ​ການ​ເມືອງ ຜ່ານ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ເປັນ​ຕົ້ນ​ແມ່ນ​ຄະ​ນະ​ຜູ​້​ແທນ​ຂັ້ນ​ສູ​ງ, ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ໃນ​ບັນ​ດາ​ຂົງ​ເຂດ. ປະ​ທາ​ນາ​ທິ​ບໍ​ດີ Francois Hollandeແບ່ງ​ປັນ​ບັນ​ດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ຄວາມ​ໝັ້​ນ​ຄົງ​ສາ​ກົນ​ປະ​ຈຸ​ບັນ ສຳ​ລັບ ຝ​ລັ່ງ ແລະ ຫວຽດ​ນາມ, ໃນ​ນັ້ນ ສະ​ແດງ​ທັດ​ສະ​ນະ​ສະ​ຫນັບ​ສະ​ຫນູນ​ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ.

ຂ່າວ/ບົດ​ອື່ນ