ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບຫົວຫນ້າບັນດາອົງການທູຕານຸທູດອາຊຽນ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບຫົວຫນ້າບັນດາອົງການທູຕານຸທູດອາຊຽນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
ຕ້ອນຮັບຫົວຫນ້າບັນດາອົງການທູຕານຸທູດອາຊຽນ

(vovworld)- ທີ່​ການ​ຕ້ອນ​ຮັບ​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 23/1 ຢູ່ ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນ​ຢັນ​ວ່າ: ປີ 2017 ແມ່ນ​ປີ​ສຳ​ຄັນ ດ້ວຍ​ຫລາຍ​ເຫດ​ການ​ໃຫຍ່, ແມ່ນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 50 ປີ​ແຫ່ງ​ການ​ຈັດ​ຕັ້ງ ແລະ ປີ​ທີ 2 ປະ​ຊາ​ຄົມ ອາ​ຊຽນ ນຳເຂົ້າ​ເຄື່ອນ​ໄຫວ. ນັບ​ແຕ່​ເມື່ອ​ເຂົ້າ​ຮ່ວມ​ປະ​ຊາ​ຄົມ​ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ຍາມ​ໃດ​ກໍ​ພະ​ຍາ​ຍາມ ແລະ ຢັ້ງ​ຢ​ືນ​​ໄດ້ບົດ​ບາດ, ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ​ຕົນ​ສຳ​ລັບ​ການ​ພັດ​ທະ​ນາ​ຂອງ​ປະ​ຊາ​ຄົມ. ແນວ​ທາງ, ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ພັກ ແລະ ລັດ ຫວຽດ​ນາມ ຍາມ​ໃດ​ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ​ໃນ​ໂລກ, ໃນ​ນັ້ນ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ສຳ​ຄັນ​​ທຸກ​ດ້ານ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ປະ​ຊາ​ຄົມ​ອາ​ຊຽນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ປາດ​ຖະ​ຫນາ​ວ່າ ໃນ​ປີ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ APEC 2017, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຈະ​ສະ​ຫນັບ​ສະ​ຫນູນ​ຢ່າງ​ຕັ້ງ​ຫນ້າ​ເພື່ອ​ໃຫ້​ຫວຽດ​ນາມ ສຳ​ເລັດ​ບົດ​ບາດ​ປະ​ເທດ​ເຈົ້າ​ພາບ​ຂອງ​ຕົນ ເພື່ອ​ປະ​ກອບ​ສ່ວນ​ຍົກ​ສູງ​ອິດ​ທິ​ພົນ​ຊື່​ສຽງ ແລະ ທີ່​ຕັ້ງ​ບົດ​ບາດ​ຂອງ ອາ​ຊຽນ ໃນ​ເວ​ທີ​ສາ​ກົນ. ເນື່ອງ​ໃນ​ໂອ​ກາດ​ປີ​ໃຫມ່​ປີ​ລະ​ກາ 2017, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສົ່ງ​ຄຳ​ອວຍ​ພອນ​ປີ​ໃຫມ່​ເຖິງ​ການ​ນຳ ແລະ ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ອາ​ຊຽນ, ອວຍ​ພອນ​ໃຫ້​ບັນ​ດາ​ອົງ​ການ​ທູ​ຕາ​ນຸ​ທູ​ດ​ຍາດ​ໄດ້​ ​ຜົນ​ງານ​ຫລາຍ​ຢ່າງໃນ​ປີ 2017, ອວຍ​ພອນ​ໃຫ້​ປະ​ຊາ​ຄົມ ອາ​ຊຽນ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ ແລະ ເຕີບ​ໃຫຍ່, ອວຍ​ພອນ​ສາຍ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດສະ​ມາ​ຊີກ ອາ​ຊຽນ ນຳ​ກັນ ແລະ ກັບ​ຫວຽດ​ນາມ ແລະ ໂລກ​ດຳ​ລົງ​ຊີ​ວິດ​ໃນ​ສັນ​ຕິ​ພາບ, ມີ​ຄວາມ​ຜາ​ສຸກ. 


ຕອບກັບ

ຂ່າວ/ບົດ​ອື່ນ