ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງຮ່າໂນ້ຍ

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງພົບປະກັບຜູ້ມີສິດເລືອກຕັ້ງຮ່າໂນ້ຍ - ảnh 1
(ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​
ພັກ​ຄອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ)

(vovworld)- ​​​​​​ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ສະໄໝ​ສາ​ມັນ​ເທື່ອ​ທີ 11, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ XIII, ຕອນ​ເຊົ້າ​ວັນ​ທີ 8/3, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ແລະ ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ຫົວ​ໜ່ວຍ​ເລືອກ​ຕັ້ງ​ເລກ 1 ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບັນ​ດາ​ເມືອງ​ບາ​ດິ່ງ, ຮ​​ວ່ານ​ກ໋ຽມ ແລະ ໄຕ​ໂຮ່. ທີ່​ການ​ພົບ​ປະ ​ຜູ້​ຕາງ​ໜ້າ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຮ່າ​ໂນ້ຍ ໄດ້​ລາຍ​ງານ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ ການ​ຄາດ​ຄະ​ເນ​ເນື້ອ​ໃນ, ລາຍ​ການ​ເຮັດ​ວຽກ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 11. ຕາມນັ້ນ​ແລ້ວ, ກອງ​ປະ​ຊຸມ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 21/3-14/4/2016 ຈະ​ມາ​ເຖິງ ແລະ ຄາດ​ຄະ​ເນ​ຈະພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ 7 ສະ​ບັບ, ໃນ​ນັ້ນ​ມີ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສຳ​ຜັດ​ກັບ​ຂໍ້​ມູນ​ຂ່າວ​ສານ, ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສື່​ມວນ​ຊົນ ( ສະ​ບັບ​ປັບ​ປຸງ ); ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ​ສົ່ງ​ອອກ-ນຳ​ເຂົ້າ ( ສະ​ບັບ​ປັບ​ປຸງ ). ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕີ​ລາ​ຄາ​ສູງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIII. ໃນ 5 ປີ​ຜ່ານ​ມາ​ ສະ​ພາ​ແຫ່ງ​ຊາດ​ໄດ້​ສ້າງ ແລະ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ, ຂໍ້​ຕົກ​ລົງ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດກວ່າ 100 ສະ​ບັບ, ພິ​ເສດ​ແມ່ນ​ວຽກ​ງານ​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຕອບ​ຄຳ​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທັນ​ກັບ​ເວ​ລາ​ທີ່​ສຸດ.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຖື​ວ່າ: ບັນ​ດາ​ຄວາມ​ເຫັນ​ຂອງ​ຜູ້​ມີ​ສິດ​ເລ​ືອກ​ຕັ້ງ​ລ້ວນ​ແຕ່​ແມ່ນ​ບັນ​ຫາ​ສຳ​ຄັນ, ເລິກ​ເຊິ່ງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຍັງຖື​ວ່າ: ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ທົ່ວ​ປວງ​ຊົນ ຕ້ອງ​​ບໍ່ກຳ​ນົດ​ຈິດ​ໃຈ​ບໍ່​ໄດ້, ບໍ່​ພໍ​ໃຈກັບ​ບັນ​ດາ​ສິ່ງ​ທີ່​ມີ​ຢູ່​ແລ້ວ, ເປັນ​ເອ​ກະ​ພາບ, ເຫັນ​ດີ​ເຫັນ​ພ້ອມ, ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​​ຢ່າງມີ​ໄຊ. ພ້ອມ​ທັງ​ສືບ​ຕໍ່​​ການປະ​ຕິ​ຮູບ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ, ຕອບ​ສະ​ໜອງ​ໄດ້​ຕາມ​ຄວາມ​ມຸ​່ງ​ມາດ​ປະ​ຖະ​ໝາ​ ແລະ ຄວາມ​ຫວັງຂອງ​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ