ທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້

ທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ - ảnh 1
(ທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງພົບປະເຈລະຈາກັບ
ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້)

(vovworld) - ​​​​ວັນ​ທີ 24/11, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ໋​ຈ້ອງ ໄດ້​ມີ​ການ​ພົບ​ປະ​ກັນ​ທ່ານ​ນາງ​ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລ​າວ ປາ​ນີ ຢາ​ທໍ​່ຕູ້ ຢູ່​ນະ​ຄອນ​ຫຼວງວຽງ​ຈັນ. ຢູ່​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ໋​ຈ້ອງ ຢືນ​ຢັນ​ວ່າ, ຍາມ​ໃດ​ຫວຽດ​ນາມ ກໍ​ຖື​​ເປັນ​ສຳ​ຄັນການ​ພົວ​ພັນຮ່ວມ​ມື​ຮອບ​ດ້ານ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ກັບ​ລາວ ແລະ ສະ​ໜັບ​ສະ​ໜູນ​ວິ​ວັດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຊາດ​ຂອງ​ປະ​ຊາ​ຊົ​ນ ລາວ ອ​້າຍ​ນ້ອງ​ຢ່າງ​ແຮງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ໋​ຈ້ອງ ກໍ​ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ ກໍ​ຄື​ບັນ​ດາ​ກຳ​ມາ​ທິ​ການ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ເພີ່​ມ​ທະ​ວີ​ການ​ຮ່ວມ​ມືກ່​ວາ​ອີກ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ, ວິ​ຊາ​ສະ​ເພາະ​ໃນ​ຂົງ​ເຂດ​ສ້າງ​ກົດ​ໝາຍ, ຕິດ​ຕ​າມກວດກ​າ ແລະ ​ຕັດ​ສິນບັນ​ດາ​ບັນ​ຫາ​ໃຫຍ່​ຂອງ​ປະ​ເທດ​ຊາດກວ່າ​ອີກ; ເພີ່ມ​ທະ​ວີ​​ໃນການ​ສົມ​ທົບ​ກັນ​ໃນ​ການ​ຕິດ​ຕາມກວດກ​​າ, ເລັ່ງ​ລັດລັດ​ຖະ​ບານ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອ​ງ​ຖິ່ນ, ວິ​ສາ​ຫະ​ກິດ ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ໃຫ້​ເປັນ​ຢ່າງ​ດີ.

        ສ່ວນ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ ຢາ​ທໍ​່ຕູ້ ໄດ້​ອວຍ​ພອນ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສະ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 14 ຂ​ອງ​ຫວຽດ​ນາມ, ​ສະ​ແດງ​ຄວາມຂອບ​ໃຈຕໍ່​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຍາມ​ໃດ​ກໍ​ເອົ​າ​ໃຈ​ໃສ່​ຊ່ວຍ​ເຫຼືອ​ສະ​ພາ​ແຫ່ງ​ຊາດ​ລາວ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ 2 ອົງ​ການ​ສ້າງ​ກົດ​ໝາຍ​ຂອງ 2 ປະ​ເທດ.

        ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ, ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ຕ້ອງ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຊ່ວຍ​ເຫຼືອ, ຄົ້ນ​ຄວ້າ​ພິ​ຈ​າ​ລະ​ນາ, ຮ່ຳ​ຮຽ​ນ​ເອົາ​ບົດ​ຮຽນ​ເຊິ່ງ​ກັນ ແລະ ກັນ ເພື່ອ​ພ້ອມ​ກັນ​ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ; ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ແລະ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ເວ​ທີ​ປາ​ໄສ​ສາ​ກົນ​ໃຫ​ຍ່.

ຂ່າວ/ບົດ​ອື່ນ