ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະເຈລະຈາກັບປະທານສະພາແຫ່ງຊາດກູບາ

(VOVWORLD) -ຕອນເຊົ້າວັນທີ 29 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານສະພາແຫ່ງຊາດກູບາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດກູບາ Esteban Lazo Hernendes.

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະເຈລະຈາກັບປະທານສະພາແຫ່ງຊາດກູບາ - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງພົບປະເຈລະຈາກັບປະທານສະພາແຫ່ງຊາດກູບາ

(ພາບ: TTXVN)

ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ Esteban Lazo Hernendes ໄດ້ເນັ້ນໜັກເຖິງການພົວພັນແບບພິເສດກູບາ - ຫວຽດນາມ, ຕີລາຄາສູງບັນດາຜົນງານ ແລະ ບົດຮຽນພັດທະນາ, ປ່ຽນແປ່ງໃໝ່ຂອງຫວຽດນາມ. ທ່ານປະທານສະພາແຫ່ງຊາດ Esteban Lazo Hernendes ຢືນຢັນວ່າ, ກູບາ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນກັບຫວຽດນາມຢ່າງບໍ່ຢຸດຢັ້ງຕະຫຼອດການ.

        ສ່ວນທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍ່ຮຽງບ່າຮຽງໄຫຼ່ກັບພັກ, ລັດ ແລະ ປະຊາຊົນກູບາ ອ້າຍນ້ອງ ໃນພາລະກິດຕໍ່ສູ້ ເພື່ອບັນດາເປົ້າໝາຍ ແລະ ແນວຄວາມຄິດອັນດີງາມຂອງລັດທິສັງຄົມນິຍົມ; ຮ່ວມເດີນທາງກັບກູບາ ໃນພາລະກິດການພັດທະນາເສດຖະກິດ, ສັງຄົມຂອງກູບາ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນຂອງຫວຽດນາມ ພາຍຫຼັງ 30 ປີທີ່ດຳເນີນພາລະກິດແຫ່ງການປ່ຽນແປງໃໝ່. ພິເສດແມ່ນໃນໄລຍະປະຈຸບັນ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ… ລະຫວ່າງ 2 ປະເທດ, ສະເໜີໃຫ້ 2 ຝ່າຍຄວນມີບັນດາກົນໄກ, ມາດຕະການເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດຢ່າງຄົບຖ້ວນກວ່າ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ຍົກສູງປະສິດທິຜົນຂອງບັນດາໂຄງການເສດຖະກິດ, ຮັບໃຊ້ບັນດາເປົ້າໝາຍພັດທະນາຂອງແຕ່ລະປະເທດໃນໄລຍະຈະມາເຖິງ.

        ແລະກໍ່ໃນຕອນເຊົ້າວັນທີ 29 ມີນາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມມະຫາວິທະຍາໄລສັງລວມ ລາຮາວານ, ໂອ້ລົມກັບກັບບັນດາຄູອາຈານ, ພ້ອມກັບນັກສຶກສາຂອງໂຮງຮຽນ ແລະ ຢ້ຽມຢາມໂຮງຮຽນປະຖົມ ວໍທິທັ໋ງ, ຢູ່ເມືອງ Play gia, ນະຄອນຫຼວງ ລາຮາວານ.

ຕອບກັບ

ຂ່າວ/ບົດ​ອື່ນ