ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງບັກກ້ານ

(VOVWORLD) -ໃນວັນທີ 6 ແລະ 7 ກໍລະກົດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ລົງ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ບັກກ້ານ, ກວດກາສະພາບການປະຕິບັດຫນ້າທີ່ ເສດຖະກິດ ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງຢູ່ບໍລິເວນແຂວງ.
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງບັກກ້ານ - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຮັດວຽກກັບການນຳແຂວງບັກກ້ານ

ເມື່ອເຮັດວຽກກັບພະນັກງານຫລັກແຫລ່ງຂອງແຂວງໃນຕອນບ່າຍວັນທີ 7 ກໍລະກົດ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ແບ່ງເບົາຄວາມຫຍຸ້ງຍາກ, ຂໍ້ຈຳກັດຂອງ ແຂວງ ບັກກ້ານ ຍ້ອນເງື່ອນໄຂທຳມະຊາດ, ແລະ ຊີ້ແຈ້ງບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງ, ພິເສດແມ່ນ ກະສິກຳ, ປ່າໄມ້, ການທ່ອງທ່ຽວ. ທ່ານເລຂາທິການໃຫຍ່ ປາດຖະຫນາຢາກໃຫ້ປະຊາຊົນບັນດາເຜົ່າຢູ່ບໍລິເວນແຂວງ ຍາມໃດກໍ່ສາມັກຄີ, ສູ້ຊົນບຶນຕົວຂຶ້ນ, ຫລຸດພົ້ນອອກຈາກສະພາບແມ່ນແຂວງທຸກຍາກ ແລະ ສ້າງຄວາມຮັ່ງມີ, ກໍ່ສ້າງແຂວງ ບັກກ້ານ ໃຫ້ນັບມື້ນັບສີວິໄລ, ທັນສະໄຫມ, ສາມັກຄີ, ໄມຕິຈິດ.

ຕອບກັບ

ຂ່າວ/ບົດ​ອື່ນ