ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງບັກຢາງ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງບັກຢາງ - ảnh 1
ທ່ານ​ເລຂາທິການ​​ໃຫຍ່​ຫງວຽນ​ຟູ​ຈ້ອງ ເຮັດວຽກກັບການນຳ
ຕາແສງ​ແກ໋ງທີ(Cảnh Thụy) ​ແລະ​ເມືອງ ອຽນ​ຢູງ
ພາບ:vov



(vovworld)- ວັນ​ທີ 21/8, ທ່ານ​ເລຂາທິການ​​ໃຫຍ່​ຫງວຽນ​ຟູ​ຈ້ອງ ​ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບັກຢາງ ເພື່ອກວດກາຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ​ທີ 11 ຂອງ​ພັກ ​ແລະ ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນປະຈຸ​ບັນ”. ​ເມື່ອ​ຢ້ຽມຢາມ ​ແລະ ຊອກ​ຮູ້​ສະພາບ​ຕົວ​ຈິງ​ຢູ່​ຕາ​ແສງ ​ແກ໋ງທີ(Cảnh Thụy) ​ແລະ​ເມືອງ ອຽນ​ຢູງ ​ແຂວງ​ບັກ​ຢາງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຕີ​ລາຄາ​ວ່າ: ບັນດາ​ທ້ອງ​ຖິ່ນ​ດັ່ງກ່າວ​ໄດ້​ປະຕິບັດ​ແຜນ​ນະ​ໂຍບາຍ​ທ້ອນໂຮມ​​ເນື້ອ​ທີ່​ທົ່ງ​ນາ​ເປັນ​ຂະຫນາດ​ໃຫຍ່ ​ໄດ້​ນຳ​ມາ​ເຊິ່ງຜົນສຳ​ເລັດ​​ເບື້ອງ​ຕົ້ນ​ໃນ​ກິດຈະກຳ​ກໍ່ສ້າງ​ຊົນນະບົດ​ໃຫມ່.  ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຖື​ວ່າ:​ນີ້​ແມ່ນ​ບົດຮຽນ​ດີ​ຈາກ​ພຶດຕິ​ກຳ​ຕົວ​ຈິງ, ພິ​ເສດ ແມ່ນ​ໄດ້​ເສີມ​ຂະຫຍາຍ​ບົດບາດຊີ້​ນຳ​ນຳພາ​ຂອງ​ອົງການ​ພັກ​ຢູ່​ຮາກ​ຖານ, ​ແບບຢ່າງ​ນຳ​ຫນ້າ​ຂອງ​ສະມາຊິກ​ພັກ​ໃນ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ​ໃຫຍ່​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ ຈາກ​ນັ້ນ​ຊ່ວຍ​ຫັນປ່ຽນ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ, ປ່ຽນ​ແປງ​ວິ​ທີ​​ເຮັດ ກໍ​ຄື​ຄວາມ​ຄິດ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ສ້າງ​ຄວາມ​ຮັ່ງມີ ​ແລະ ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ