ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງຮ່ວາບິ່ງ

(VOVWORLD) -ໃນລະຫວ່າງວັນທີ 14 - 15 ພຶດສະພາ, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່ວາບິ່ງ, ກວດກາສະພາບການປະຕິບັດໜ້າທີ່ເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງໃນບໍລິເວນແຂວງ.

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງຮ່ວາບິ່ງ - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມແລະເຮັດວຽກຢູ່ແຂວງຮ່ວາບິ່ງ

(ພາບ: TTXVN)

ຕອນເຊົ້າວັນທີ 15/05, ເມື່ອເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ຊີ້ແຈ້ງວ່າ, ແຂວງມີທີ່ຕັ້ງສຳຄັນຢູ່ທິດຕາເວັນຕົກສ່ຽງເໜືອ, ຮ່ວາບິ່ງ ຕ້ອງສືບຕໍ່ຄົ້ນຄວ້າ, ເພີ່ມເຕີ່ມ, ສ້າງແຜນການພັດທະນາຂອງແຂວງໃຫ້ສົມບູນແບບ, ບົນພື້ນຖານເໝາະສົມກັບເງື່ອນໄຂທຳມະຊາດ, ດິນຟ້າອາກາດ, ພົນລະເມືອງ… ບົນພື້ນຖານແຜນຜັງທີ່ມີຢູ່ແລ້ວ, ແຂວງຕ້ອງກຳນົດຈຸດສຸມເພື່ອຊຸມໃສ່ຊີ້ນຳນຳພາ ຈັດຕັ້ງການປະຕິບັດ, ລະດົມແຫຼ່ງກຳລັງ, ດຶງດູດການລົງທຶນ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ປາດຖະໜາວ່າແຂວງ ຮ່ວາບິ່ງ ຈົ່ງເອົາໃຈໃສ່ເຖິງວຽກງານຫຼຸດຜ່ອນຄວາມທຸກຍາກແບບຍືນຍົງໃຫ້ດີກວ່າ; ຍູ້ແຮງບັ້ນຂົນຂວາຍກໍ່ສ້າງຊົນນະບົດໃໝ່, ປັບປຸງ ແລະ ຍົກສູງຄຸນນະພາບຕາແສງຊົນນະບົດໃໝ່…

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ແລະ ຄະນະ ໄດ້ໄປຖະຫວາຍທູບທຽນຢູ່ອະນຸສາວະລີປະທານໂຮ່ຈິມິນ ຢູ່ແຂວງຮ່ວາບິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ